ທີ່ກອງປະຊຸມ, ຕາງໜ້າສູນກາງພັກກອມມູນິດຫວຽດນາມ, ທ່ານເລຮວ່າຍຈູງ ໄດ້ຂອບໃຈຄະນະບໍລິຫານງານສູນກາງພັກກອມມູນິດຍີ່ປຸ່ນ, ປະທານພັກກອມມູນິດຍີ່ປຸ່ນ Shii Kazuo ໄດ້ສົ່ງສານ,  ຈົດໝາຍຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່, ຊົມເຊີຍທ່ານ ຫງວຽນຟູຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ແລະບັນດາສະຫາຍການນໍາພັກ, ລັດຫວຽດນາມ; ແຈ້ງໂດຍສັງເຂບໝາກຜົນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກແລະບັນດາເນື້ອໃນຕົ້ນຕໍຂອງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ທ່ານ ເລຮວ່າຍຈູງ ເນັ້ນໜັກວ່າ ກອງປະຊຸມໃຫຍ່ ຄັ້ງທີ XIII ມີຂະໜາດ ແລະມີຄວາມໝາຍສຳຄັນພິເສດ; ກອງປະຊຸມໃຫຍ່ຢັ້ງຢືນສືບຕໍ່ຢືດໝັ້ນ, ໝູນໃຊ້ ແລະພັດທະນາປະດິດສ້າງລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ; ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມ, ວາງອອກເປົ້າໝາຍພັດທະນາປະເທດເຖິງປີ 2025, ປີ 2030 ແລະວິໄສທັດຮອດປີ 2045.

leftcenterrightdel
ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບແນວທາງການພົວພັນຕ່າງປະເທດ, ທ່ານເລຮວ່າຍຈູງ ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຢ່າງສະເໝີຕົ້ນສະເໝີປາຍ, ຫັນການພົວພັນກັບຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍົກສູງຖານະບົດບາດ, ອິດທິຜົນຊື່ສຽງສາກົນຂອງຫວຽດນາມ ຢ່າງບໍ່ຢຸດຢັ້ງ. ທ່ານ ເລຮວ່າຍຈູງ ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກກອມມູນິດຍີ່ປຸ່ນ ແລະການພົວພັນສອງປະເທດຫວຽດນາມ-ຍີ່ປຸ່ນ; ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງລັດໃນສະພາບການໃໝ່.

ທ່ານ Ogata Yasuo ຮອງປະທານຄະນະປະທານ, ຫົວໜ້າຄະນະສາກົນສູນກາງພັກກອມມູນິດຍີ່ປຸ່ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຢ່າງມີໄຊ, ສືບຕໍ່ຍາດໄດ້ຜົນງານໃໝ່ອັນໃຫຍ່ຫຼວງກວ່າອີກໃນພາລະກິດປ່ຽນແປງໃໝ່, ສ້າງລັດທິສັງຄົມ, ນັບມື້ນັບມີບົດບາດຢ່າງຕັ້ງໜ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຊຸກຍູ້ການພັດທະນາຢູ່ພາກພື້ນ ແລະໂລກ.

ໂດຍ: ເກື່ອງດັ້ງ