ໃນການສົນທະນາທາງໂທລະສັບ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການ ແລະທິດທາງຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນໃຫ້ບຸລິມະສິດເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆເມື່ອການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ເອົາໃຈໃສ່ເປັນພິເສດເຖິງການເປີດກວ້າງການຮ່ວມມືດ້ານເສດຖະກິດ, ຄົ້ນຄວ້າບັນດາກົນໄກຮ່ວມມືກໍ່ຄືປັບປຸງກອບນິຕິກໍາໃຫ້ສົມບູນແບບເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍ...

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Demeke Mekonnen ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດອີທິໂອເປຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍກໍ່ແລກປ່ຽນບາງບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ເໝາະສົມກັບກົດບັດ ສປຊ.

ໂດຍ: ທູຈາງ