leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ລັດຖະມົນຕີສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ ແລະມີປະສິດທິຜົນໃນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຜ່ານມາ. ປະຈຸບັນ, ໂປໂລຍ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ເອີລົບຕາເວັນອອກກາງ ດ້ວຍວົງເງິນການຄ້າສອງສົ້ນປີ 2020 ບັນລຸກວ່າ 2,1 ຕື້ໂດລາສະຫະລັດ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍ່ຂອບໃຈລັດຖະບານໂປເລີຍ ໄດ້ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ໂປເລີຍ ດໍາລົງຊີວິດເປັນປົກກະຕິ, ເສີມຂະຫຍາຍບົດບາດເປັນຂົວຕໍພັດທະນາການພົວພັນມິດຕະພາບລະຫວ່າງປະເທດ.

ໂດຍ: ດັ້ງເກື່ອງ