ທີ່ກອງປະຊຸມ, ທ່ານ ໂຕແອັງຢຸງ ໄດ້ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃຫ້ເລິກເຊິ່ງ, ກວ້າງຂວາງກວ່າອີກ. ທ່ານ Miguel Berger ກໍ່ຢັ້ງຢືນກ່ຽວກັບການຖືເປັນສໍາຄັນບົດບາດຂອງຫວຽດນາມ ໃນການຜັນຂະຫຍາຍການກໍານົດທິດນະໂຍບາຍມະຫາ ສະໝຸດອິນເດຍ-ປາຊີຟິກ ທີ່ລັດຖະບານເຢຍລະມັນ ອະນຸມັດຜ່ານໃນເດືອນ ກັນຍາ 2020.

leftcenterrightdel
ກອງປະຊຸມກຸ່ມບໍລິຫານຍຸດທະສາດຫວຽດນາມ-ເຢຍລະມັນ ຄັ້ງທີ 6 ຜ່ານລະບົບທາງໄກ. ພາບ: dangcongsan.vn.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບກໍ່ສ້າງ, ອັບເດດແຜນການກະທໍາຍຸດທະສາດໄລຍະຕໍ່ໄປ, ເອົາໃຈໃສ່ຕໍ່ການເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບູລິມະສິດຄືການຮ່ວມມືດ້ານການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ ແລະການລົງທຶນ, ການຮ່ວມມືພັດທະນາ, ພະລັງງານຜະລິດຄືນໃໝ່, ການຫັນເປັນດີຈີຕອນ... ພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະສັນຍູ້ແຮງກິດຈະກໍາເຄື່ອນໄຫວເຊື່ອມຕໍ່ ແລະໜູນຊ່ວຍປະຊາຄົມວິສາຫະກິດສອງປະເທດຊອກຫາກາລະໂອກາດຮ່ວມມື, ລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຂອງກັນ, ໝູນໃຊ້ກາລະໂອກາດຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະເອີລົບ (EVFTA) ໃຫ້ໄດ້ຫຼາຍທີ່ສຸດ.

ເຢຍລະມັນໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອີຢູ, ຊຸກຍູ້ການສ້າງຂັ້ນຕອນການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ຢູ່ສະພາແຫ່ງຊາດເຢຍລະມັນ. ຫວຽດນາມ ສະໜັບສະໜູນເຢຍລະມັນເພີ່ມທະວີການຮ່ວມມືກັບອາຊຽນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການ, ເວທີປາໄສສາກົນ, ໂດຍສະເພາະແມ່ນຢູ່ ສປຊ, ໃນຂອບເຂດອາແຊມ ແລະການຮ່ວມມືອາຊຽນ-ອີຢູ.

ໂດຍ: ເກື່ອງດັ້ງ