ຫວ່າງແລ້ວນີ້, ທ່ານ ເລວຽດຢວຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ທັງເປັນຜູ້ຮັບຜິດຊອບໂກລົມເບຍ, ໄດ້ຈັດຕັ້ງກອງປະຊຸມສໍາມະນາຜ່ານລະບົບທາງໄກດ້ວຍຫົວຂໍ້ “ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ ແລະທ່ອງທ່ຽວຫວຽດນາມ-ໂກລົມເບຍ; ແນະນໍາຄວາມສາມາດບົ່ມຊ້ອນກ່ຽວກັບຕະຫຼາດແຮງງານ ແລະການສົ່ງອອກຂອງຫວຽດນາມ” ເພື່ອເພີ່ມທະວີ, ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະການລົງທຶນລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ທ່ານ ເລວຽດຢວຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ທັງເປັນຜູ້ຮັບຜິດຊອບໂກລົມເບຍ ເປັນປະທານກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານ ເລວຽດຢວຽນ  ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືສອງຝ່າຍ, ພິເສດແມ່ນຢູ່ບັນດາຂົງເຂດເຊິ່ງຫວຽດນາມ ແລະໂກລົມເບຍ ມີຄວາມສາມາດບົ່ມຊ້ອນ.

ທ່ານ Gustavo Moreno ຕາງໜ້າກົມສົ່ງເສີມການຄ້າ ແລະການລົງທຶນໂກລົມເບຍ (ProColombia) ໄດ້ໃຫ້ຄໍາໝັ້ນສັນຍາວ່າປະເທດນີ້ຈະໃຫ້ບູລິມະສິດພິເສດແກ່ວິສາຫະກິດຫວຽດນາມ ທີ່ລົງທຶນເຂົ້າບັນດາໂຄງການໃຫຍ່ ແລະເຂດເສດຖະກິດເສລີຢູ່ໂກລົມເບຍ.

ໂດຍ: ດັ້ງເກື່ອງ