ໃນສານຊົມເຊີຍ ແລະສົນທະນາທາງໂທລະສັບ, ທ່ານ ທອງລຸນ ສີສຸລິດ ເນັ້ນໜັກວ່າ ເລື່ອງສະຫາຍ ຫງວຽນຊວນຟຸກ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມສາມາດ, ອິດທິພົນຊື່ສຽງ ແລະປະສົບການຂອງຕົນ, ປະທານປະເທດ ຫງວຽນຊວນຟຸກ ພ້ອມກັບຄະນະການນຳໃໝ່, ຫວຽດນາມ ຈະສືບຕໍ່ຍາດເອົາບັນດາຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສະແດງຄວາມຂອບອົກຂອບໃຈທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ທ່ີໄດ້ສົ່ງສານ ແລະໂທມາອວຍພອນ, ສະແດງ ຄວາມປາດຖະໜາຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບສະຫາຍ ທອງລຸນ ສີສຸລິດ ໃນຖານະຕ່ຳແໜ່ງໃໝ່, ພ້ອມກັນຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບສະໜິດແໜ້ນ, ມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ  ສາບານຕົວຮັບດຳລົງຕຳແໜ່ງ. ພາບ: qdnd.vn.

ການນຳສອງທ່ານໄດ້ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນສອງປະເທດຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບູລິມະສິດແຖວໜ້າແກ່ການຊຸກຍູ້ການພົວພັນແບບພິເສດຫວຽດນາມ-ລາວ, ຕີລາ ຄາສູງເລື່ອງສອງປະເທດຮັກສາໄດ້ທ່າຮ່ວມມືໃນສະພາບພະຍາດໂຄວິດ-19 ຜ່ານການຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍ. ທ່ານທອງລຸນ ສີສຸລິດ ຕີລາຄາສູງກິດຈະກຳຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງແມ່ນຂອງຂວັນພິເສດທີ່ມີຄວາມໝາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ລາວ ໄດ້ສຳເລັດການກໍ່ສ້າງຖືກຕາມຄວາມຄືບໜ້າ, ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ ສະພາແຫ່ງຊາດລາວ ຊຸດທີ IX ຢ່າງທັນການ.

ການນຳສອງທ່ານ ເຫັນດີເປັນເອກະພາບໃນໄລຍະຈະມາເຖິງສອງຝ່າຍຕ້ອງສືບຕໍ່ສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ນຳການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ, ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ. ສອງຝ່າຍກໍ່ເຫັນດີສົມທົບກັນເພີ່ມທະວີການສຶກສາໃຫ້ຄົນຮຸ່ນໜຸ່ມສອງປະເທດກ່ຽວກັບມູນເຊື້ອພົວພັນສາມັກຄີແບບພິເສດທີ່ຍິ່ງໃຫຍ່ຫວຽດນາມ-ລາວ ເຊິ່ງການນຳ ແລະປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດໄດ້ເພີ່ມພູນຄູນສ້າງ.

* ໃນວັນດຽວກັນ, ເນື່ອງໃນໂອກາດສະຫາຍ ຟ້າມມີງຈິ໊ງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ. ເນື້ອໃນສານລະບຸວ່າ: “ເລື່ອງສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງຕໍ່ກັບບົດບາດ, ຄວາມສາມາດໃນການບໍລິຫານປະເທດຂອງສະຫາຍ ເພື່ອນຳພາປະເທດຫວຽດນາມ ສືບຕໍ່ພັດທະນາວັດທະນາຖາວອນຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບສະຫາຍເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດພວກເຮົາໃຫ້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາຢູ່ພາກພື້ນ ແລະສາກົນ”.

* ກໍ່ໃນວັນດຽວກັນ, ທ່ານ ສີຈີ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ສົ່ງສານຊົມເຊີຍເຖິງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ເນື້ອໃນສານລະບຸວ່າ ຈີນ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມ, ມີມູນເຊື້ອມິດຕະພາບຢ່າງເລິກເຊິ່ງ “ທັງແມ່ນສະຫາຍ, ທັງແມ່ນອ້າຍນ້ອງ”; ໃນປີຜ່ານມາ, ການພົວພັນສອງປະເທດສືບ ຕໍ່ພັດທະນາຢ່າງຕັ້ງໜ້າ. ທ່ານ ສີຈີ້ນຜິງ ຢັ້ງຢືນວ່າ ຈີນ ຖືເປັນສຳຄັນພັດທະນາການພົວພັນຈີນ-ຫວຽດນາມ, ພ້ອມແລ້ວທີ່ຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ ໃຫ້ບັນລຸໄດ້ຜົນງານໃໝ່ທີ່ໃຫຍ່ຫຼວງກວ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ສອງປະເທດ ແລະປະຊາຊົນສອງປະເທດ.

ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ກໍ່ສົ່ງສານຊົມເຊີຍເຖິງທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ເນື້ອໃນສານລະບຸວ່າ: ຈີນ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມິດຕະພາບ ແລະຄູ່ຮ່ວມມືສຳຄັນຂອງກັນ; ການພົວພັນສອງປະເທດໃນປີຜ່ານມາເຂົ້າສູ່ລວງເລິກ, ມີເນື້ອແທ້ຢ່າງບໍ່ຢຸດຢັ້ງ. ທ່ານ ຫຼີເຄີ້ສຽງ  ຢືນຢັນ ຈະຕັ້ງໜ້າກໍ່ສ້າງສະຖານະການຮ່ວມມືຕ່າງຝ່າຍຕ່າງມີໄຊ ແລະມີຜົນປະໂຫຍດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະການຮ່ວມມືຮອບດ້ານຈີນ-ຫວຽດນາມ.

* ຕອນບ່າຍວັນທີ 5 ເມສາ, ທ່ານ Samdech Techo Hun Sen ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນແຫ່ງລາຊະອານາຈັກກຳປູເຈຍ ກໍ່ສົ່ງສານຊົມເຊີຍ ແລະສົນທະນາທາງໂທລະສັບຊົມເຊີຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.

ທີ່ການສົນທະນາທາງໂທລະສັບ, ທ່ານ Hun Sen ຕີລາຄາສູງບັນດາຜົນງານຢ່າງປະທັບໃຈເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າໃນຖານະຕຳແໜ່ງໃໝ່, ທ່ານ ຫງວຽນຊວນຟຸກ ຈະສືບຕໍ່ມີການປະກອບສ່ວນທີ່ໃຫຍ່ຫຼວງເຂົ້າໃນພາລະກິດປ່ຽນແປງໃໝ່ ແລະພັດທະນາປະເທດຊາດ, ຍົກສູງຖານະບົດບາດສາກົນຂອງຫວຽດນາມ ຢ່າງບໍ່ຢຸດຢັ້ງ.

ການນຳສອງທ່ານຢືນຢັນຄຳໝັ້ນສັນຍາຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະບັນດາກົນໄກຮ່ວມມືຕາມແບບວິທີເໝາະສົມ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງເສັ້ນຊາຍແດນ, ຊຸກຍູ້ການລົງທຶນ, ເຊື່ອມຈອດການຄົມມະນາຄົມຂົນສົ່ງ, ການສຶກສາບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ...

* ໃນວັນດຽວກັນ, ທ່ານ Hun Sen ໄດ້ສົ່ງສານຊົມເຊີຍເຖິງທ່ານ ຟ້າມມີງຈິ໊ງ ເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ. ເນື້ອໃນສານລະບຸວ່າ: “ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ໃນ 54 ປີຜ່ານມາ, ການພົວພັນທີ່ເປັນມູນເຊື້ອລະຫວ່າງກຳປູເຈຍ ແລະຫວຽດນາມ ນັບມື້ນັບພັດທະນາຢ່າງແຮງ ແລະການຮ່ວມມືຢ່າງແໜ້ນແຟ້ນໃນທຸກຂົງເຂດ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຮ່ວມມືຢ່າງແໜ້ນແຟ້ນລະຫວ່າງພວກເຮົາ, ທັງໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ, ກຳປູເຈຍ ແລະຫວຽດນາມ ສາມາດຜ່ານຜ່າບັນດາສິ່ງທ້າທາຍທີ່ບໍ່ເຄີຍເຫັນມີມາກ່ອນຍ້ອນພະຍາດໂຄວິດ-19, ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະຄວາມວັດທະນາຖາວອນໃນພາກພື້ນ ແລະໃນໂລກ”.

* ວັນທີ 5 ເມສາ, ທ່ານ Vladimir Putin ປະທານາທິບໍດີລັດເຊຍ ໄດ້ສົ່ງສານຊົມເຊີຍເຖິງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ໃນສານຊົມເຊີຍ, ທ່ານ V. Putin ເນັ້ນໜັກວ່າ ຜົນການປ່ອນບັດເລືອກຕັ້ງຢູ່ສະພາແຫ່ງຊາດສະແດງໃຫ້ເຫັນອິດທິພົນຊື່ສຽງອັນໃຫຍ່ຫຼວງເຊິ່ງສະຫາຍ ຫງວຽນຊວນຟຸກ ໄດ້ຮັບໃນຊຸມປີເຄື່ອນໄຫວໃນຖານະຕຳແໜ່ງອັນສູງສົ່ງຕ່າງໆ.

ທ່ານ V. Putin ຢັ້ງຢືນວ່າ ສາຍພົວພັນລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ອີງບົນພື້ນຖານມູນເຊື້ອອັນຍາວນານຂອງນ້ຳໃຈມິດຕະພາບ ແລະຄວາມເຄົາລົບເຊິ່ງກັນ ແລະກັນ ແລະສະແດງຄວາມເຊື່ອໝັ້ນວ່າ ດ້ວຍບັນດາຄວາມມານະພະຍາຍາມລວມ, ສອງຝ່າຍຈະຮັບປະກັນສືບຕໍ່ພັດທະນາການພົວພັນສອງຝ່າຍ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດທີ່ແຕກຕ່າງກັນ, ຕອບສະໜອງບັນດາຜົນປະໂຫຍດພື້ນຖານຂອງປະຊາຊົນລັດເຊຍ ແລະປະຊາຊົນຫວຽດນາມ, ກໍ່ຄືການປັບປຸງສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ.

* ໃນວັນດຽວກັນ, ທ່ານ Suga Yoshihide ນາຍົກລັດຖະມົນຍີ່ປຸ່ນ ກໍ່ໄດ້ສົ່ງສານຊົມເຊີຍເຖິງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ ຟ້າມມີງຈິ໊ງ ນາຍົກລັດ ຖະມົນຕີຫວຽດນາມ; ທ່ານ Sergio Matterella ປະທານາທິບໍດີອີຕາລີ ໄດ້ສົ່ງສານຊົມເຊີຍເຖິງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ; ທ່ານ Roberto Fico ປະທານສະພາຕ່ຳອີຕາລີ ໄດ້ສົ່ງສານຊົມເຊີຍທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

ໂດຍ: ແສງເດືອນ