leftcenterrightdel
ທ່ານ Nicolas Warnery ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະຝະລັ່ງ ປະຈໍາ ຫວຽດນາມ ມອບຫຼຽນໄຊກຽດຕິຍົດໃຫ້ທ່ານ ສຈ.ສະມາຊິກສະພາມະຫາບັນດິດ ເຈົາວັນມິງ ປະທານສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ. ພາບ: ແທັງກຸ໊ຍ.

ຫຼຽນໄຊກຽດຕິຍົດນີ້ເພື່ອແນໃສ່ເຊີດຊູການປະກອບສ່ວນຂອງທ່ານ ສຈ.ສະມາຊິກສະພາມະຫາບັນດິດ ເຈົາວັນມິງ ໃນການຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ, ການສຶກສາ ແລະບໍາລຸງສ້າງລະຫວ່າງຫວຽດນາມ ແລະຝະລັ່ງ. ທ່ານ ສຈ.ສະມາຊິກສະພາມະຫາບັນດິດ ເຈົາວັນມິງ ແມ່ນຊາວຫວຽດນາມ ຜູ້ທໍາອິດທີ່ເຄື່ອນໄຫວໃນຂົງເຂດວິທະຍາສາດທໍາມະຊາດ ແລະເຕັກໂນໂລຢີໄດ້ຮັບຫຼຽນໄຊກຽດຕິຍົດ. ໃນຖານະຕຳແໜ່ງເປັນປະທານສະພາມະຫາບັນດິດວິທະຍາສາດ-ເຕັກໂນໂລຢີຫວຽດນາມ, ທ່ານໄດ້ສະໜັບສະໜູນ, ຊຸກຍູ້ການຮ່ວມມື, ກໍ່ສ້າງ ແລະມອບ-ຮັບບາງເຕັກໂນໂລຢີປາຍແຫຼມຂອງສະຕະວັດທີ 21 ລະຫວ່າງບັນດາຫົວໜ່ວຍຄົ້ນຄວ້າຂອງຝະລັ່ງ ແລະບັນດາຫົວໜ່ວຍທີ່ຂຶ້ນກັບສະພາມະຫາບັນດິດວິທະຍາສາດ-ເຕັກໂນໂລຢີຫວຽດນາມ.

ໂດຍ: ເກື່ອງດັ້ງ