ກ່າວຄໍາເຫັນທີ່ພິທີ, ທ່ານນາງ Julianne Cowley ຫົວໜ້າກົງສູນໃຫຍ່ອົດສະຕາລີ ປະຈໍາ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ ໃນຕະຫຼອດ 48 ຜ່ານມາ, ການພົວພັນຮ່ວມມືລະຫວ່າງອົດສະຕາລີ-ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະປະຈຸບັນກໍາລັງພັດທະນາຢ່າງແຮງທີ່ສຸດ; ສະແດງອອກຜ່ານການຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ການພົວພັນຕ່າງປະເທດປະຊາຊົນ ແລະພິເສດແມ່ນໃນການໜູນຊ່ວຍ, ສະໜັບສະໜູນກັນປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ທ່ານ ເຈິ່ນເຝືອກແອັງ ຮັກສາການຫົວໜ້າພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ພິທີ. ພາບ: hcmcpv.org.vn.

ຢັ້ງຢືນບົດບາດ, ທີ່ຕັ້ງສໍາຄັນຂອງນະຄອນໂຮ່ຈີມິນ ໃນການພົວພັນກັບອົດສະຕາລີ, ທ່ານນາງ Julianne Cowley ເນັ້ນໜັກວ່າສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ນີ້ແມ່ນກາລະໂອກາດເພື່ອມຸ່ງໄປເຖິງຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ນັບມືນັບປະສົບຜົນສໍາເລັດ ແລະຈະເລີນໝັ້ນຄົງ.

ສ່ວນທ່ານ ເຈິ່ນເຝືອກແອັງ ຮັກສາການຫົວໜ້າພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ຢັ້ງຢືນວ່າ ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະອົດສະຕາລີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢູ່ບັນດາຂົງເຂດ, ຄື: ການຄ້າ, ນະຄອນອັດສະລິຍະ, ການສຶກສາ ແລະບໍາລຸງສ້າງ, ການເງິນ-ທະນາຄານ, ພັດທະນາຕົວເມືອງແບບຍືນຍົງ. ການພັດທະນາທີ່ຂະຫຍັນຂັນເຄື່ອນໃນການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະອົດສະຕາລີ ຈະປະກອບສ່ວນຫັນໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ ໄລຍະ 2020-2023 ໃຫ້ປະກົດຜົນເປັນຈິງ.

ໂດຍ: ເກື່ອງດັ້ງ