ໂຄງການລວມມີບັນດາກິດຈະກໍາຍ່ອຍ, ຄື: ຫໍມູນເຊື້ອ ແລະການຟື້ນຟູຫໍປະຊຸມດ້ວຍເນື້ອທີ່ທັງໝົດເກືອບ 1.000 ຕາແມັດ ພ້ອມກັບກິດຈະກໍາຍ່ອຍອື່ນອີກ... ເຊິ່ງເຂັ້ມຂຸ້ນໄປດ້ວຍວັດທະນະທໍາຂອງລາວ. ຄ່າໃຊ້ຈ່າຍທັງໝົດແມ່ນປະມານ 47,1 ຕື້ດົ່ງ ດ້ວຍການໜູນຊ່ວຍຈາກແຫຼ່ງງົບປະມານຂອງແຂວງຮວ່າບິ່ງ ແລະງົບປະມານຈາກສູນກາງ, ຄະນະກໍາມະການປະຊາຊົນແຂວງຮວ່າບິ່ງ ມອບໃຫ້ກອງບັນຊາການທະຫານແຂວງຮວ່າບິ່ງ ເປັນເຈົ້າຂອງການລົງທຶນຜັນຂະຫຍາຍໂຄງການດັ່ງກ່າວ ເພື່ອແນໃສ່ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທໍາຂອງທ້ອງຖິ່ນ.

leftcenterrightdel
ພິທີເລີ່ມລົງມືກໍ່ສ້າງໂຄງການບູລະນະປູຊະນີຍະສະຖານປະຫວັດສາດປະຕິວັດລາວ ຢູ່ແຂວງຮວ່າບິ່ງ. ພາບ: nhandan.com.vn.

ພາຍຫຼັງສໍາເລັດການບູລະນະ, ເຂດປູຊະນີຍະສະຖານປະຫວັດສາດດັ່ງກ່າວ ຈະແມ່ນສະຖານທີ່ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຊົມ ເພື່ອແນໃສ່ຫວນຄືນເຫດການດ້ານການເມືອງສໍາຄັນພິເສດໃນສາຍພົວພັນມິດຕະພາບ ຫວຽດນາມ-ລາວ ແລະແມ່ນສະຖານທີ່ສຶກສາອົບຮົມມູນເຊື້ອປະຕິວັດໃຫ້ແກ່ຄົນຮຸ່ນໜຸ່ມ ກໍ່ຄືສຶກສາອົບຮົມກ່ຽວກັບນໍ້າໃຈມິດຕະພາບ, ຄວາມສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງຊາດຫວຽດນາມ-ລາວ.

ໂດຍ: ທູຈາງ