ຄະນະກຳມະການເລືອກຕັ້ງ ແລະຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງດັ໊ກລັ໊ກ ໄດ້ຕັ້ງໜ້າໃນການແນະນຳຂັ້ນຕອນ, ລະບຽບການແນະນຳ ແລະກຳນົດຈຸດເວລາຮັບສຳເນົາເອກະສານຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ສະພາປະຊາຊົນຂັ້ນແຂວງອາຍຸການ 2021 – 2026. ຕາມນັ້ນແລ້ວ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງດັ໊ກລັ໊ກ ກໍ່ຈະຮັບສຳເນົາເອກະສານຜູ້ຮັບສະໝັກເລືອກຕັ້ງຮອດເວລາ 17 ໂມງ ຂອງວັນທີ 14 ມີນາ ແລະກະກຽມບັນດາເນື້ອໃນຈັດຕັ້ງກອງປະຊຸມຄົ້ນຄວ້າ ແລະກຳນົດຈຳນວນຜູ້ຮັບສະໝັກເລືອກຕັ້ງຄັ້ງທີ 2 ໃນວັນທີ 18 ມີນາ.

leftcenterrightdel
ເມືອງເກາະເຈື່ອງຊາ. ພາບ: vovworld.vn.

ມາຮອດປະຈຸບັນ, ຄະນະກຳມະການເລືອກຕັ້ງແຂວງຫາຍເຢືອງ ໄດ້ກຳນົດ 13 ຈຸດເລືອກຕັ້ງສະພາປະຊາຊົນຂັ້ນແຂວງ ຊຸດທີ XV, ອາຍຸການ 2021 – 2026, ເລືອກຕັ້ງເອົາສະມາຊິກ 63 ທ່ານ. ໃນນັ້ນ, ນະຄອນຫາຍເຢືອງມີ 2 ຈຸດເລືອກຕັ້ງ ແລະ 11 ເມືອງ, ເທດສະບານເມືອງ, ນະຄອນທີ່ຍັງເຫຼືອ, ແຕ່ລະທ້ອງຖິ່ນມີ 1 ຈຸດເລືອກຕັ້ງ.

ສ່ວນຄະນະກຳມະການເລືອກຕັ້ງແຂວງແຄ໊ງຮ່ວາ ໄດ້ເປັນເອກະພາບກຳນົດໃນທົ່ວແຂວງມີ 14 ຈຸດເລືອກຕັ້ງ. ແຂວງແຄ໊ງຮ່ວາ ກໍ່ໄດ້ເປັນເອກະພາບທິດທາງຈັດຕັ້ງການປ່ອນບັດເລືອກຕັ້ງຢູ່ບັນດາຕາແສງ, ເທດສະບານເມືອງ ແລະເຂດເກາະເຈື່ອງຊາ ໃນວັນທີ 16 ພຶດສະພາ, ໄວກວ່າ 1 ອາທິດເມື່ອທຽບໃສ່ທົ່ວປະເທດ. ທ່ານ ຫງວຽນເຕີ໊ນຕວນ, ປະທານຄະນະກຳມະການປະຊາຊົນແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງແຄ໊ງຮ່ວາ ໃຫ້ຮູ້ວ່າ: “ບັນດາອົງຄະນະພັກແຂວງ ຕ້ອງຈັດສົ່ງ, ຈັດແບ່ງ, ແນະນຳໃຫ້ບັນດາສະມາຊິກພັກທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າຮ່ວມບັນດາອົງການໂດຍປະຊາຊົນເລືອກຕັ້ງ. ບັນດາຜູ້ຮັບສະໝັກເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງໃນຄັ້ງນີ້ຕ້ອງແມ່ນຜູ້ທີ່ມີຄຸນສົມບັດ, ມີຄວາມສາມາດຢ່າງພຽງພໍ, ເຊິ່ງປະຊາຊົນມີຄວາມໄວ້ວາງໃຈ, ຈາກນັ້ນ ກົງຈັກປະຊາຊົນເລືອກຕັ້ງຈຶ່ງນັບມື້ນັບໄດ້ຮັບການຍົກສູງທາງດ້ານຄຸນນະພາບຂຶ້ນ. ຫຼີກລ້ຽງກໍລະນີເນັ້ນໜັກເຖິງໂຄງປະກອບແຕ່ຄຸນນະພາບຂອງຜູ້ສະໝັກເລືອກຕັ້ງພັດຫຼຸດລົງ”.

ແຫຼ່ງຄັດຈາກ: vovworld.vn