ຂໍຮຽນທ່ານປະທານ,

ຂ້າພະເຈົ້າ ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງລັດຖະບານອັງກິດ ແລະທ່ານປະທານ, ນາຍົກລັດຖະມົນຕີອັງກິດ Boris Johnson ໃນການຈັດຕັ້ງກອງປະຊຸມໃນມື້ນີ້ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ທີ່ມີຄວາມສຳຄັນທີ່ສຸດແມ່ນ “ແກ້ໄຂບັນດາຄວາມສ່ຽງຕໍ່ກັບສັນຕິພາບ ແລະຄວາມໝັ້ນຄົງສາກົນທີ່ກ່ຽວຂ້ອງເຖິງດິນຟ້າອາກາດ”. ຂໍຂອບໃຈທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ແລະນັກບັນລະຍາຍຜູ້ຕ່າງໆທີ່ຫາກໍ່ລາຍງານຫຼາຍຂໍ້ມູນ, ຂໍ້ສະເໜີແນະທີ່ເປັນປະໂຫຍດ ແລະແທດຈິງ.

ຂໍຮຽນທ່ານປະທານ,

ໜ່ວຍໂລກ, ໜ່ວຍພິພົບຂຽວ, ຊາຍຄາລວມຂອງພວກເຮົາພວມໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ. ປີ 2020 ແມ່ນໜຶ່ງໃນ 3 ປີທີ່ມີອາກາດຮ້ອນທີ່ສຸດເຄີຍໄດ້ຮັບຮູ້ມາໃນປະຫວັດສາດປະຈຸບັນດ້ວຍການກະທົບຢ່າງຕໍ່ເນື່ອງ, ຮ້າຍແຮງຂອງໄພນ້ຳຖ້ວມ, ແຫ້ງແລ້ງ, ໄຟໄໝ້ປ່າ, ນ້ຳທະເລຂຶ້ນ, ພ້ອມກັນນັ້ນແມ່ນພະຍາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງ ເຊິ່ງບໍ່ເຄີຍມີມາກ່ອນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ຮ່າໂນ້ຍ. ພາບ: ສຳນັກຂ່າວສານຫວຽດນາມ.

ທຸກສິ່ງທຸກຢ່າງດັ່ງກ່າວໄດ້ກະທົບຢ່າງຮ້າຍແຮງເຖິງຊີວິດດ້ານການເມືອງ, ເສດຖະກິດ, ສັງຄົມຂອງທຸກປະເທດ, ເຮັດໃຫ້ມີຜູ້ວ່າງງານ, ອຶດຫິວທຸກຍາກ, ນາບຂູ່ເຖິງການຫາເງິນລ້ຽງຊີບຂອງປະຊາຊົນນັບຫຼາຍຮ້ອຍລ້ານຄົນ, ຊ້ອນແຝງຄວາມສ່ຽງກໍ່ຄວາມຂາດສະຖຽນລະພາບ ຫຼືເຮັດໃຫ້ເກີດມີການປະທະກັນຢູ່ບັນດາປະເທດ, ພາກພື້ນຮ້າຍແຮງຂຶ້ນຕື່ມ, ຈາກນັ້ນແມ່ນນາບຂູ່ເຖິງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງສາກົນ. ຍິ່ງໄປກວ່ານັ້ນ, ການປະທະກັນ ແລະຂາດສະຖຽນລະພາບແມ່ນສາຍເຫດເຮັດໃຫ້ກຳລັງຄວາມສາມາດເປັນເຈົ້າຕົນເອງຂອງທຸກປະເທດເຊື່ອມລົງ.

ຕໍ່ໜ້າສະພາບການດັ່ງກ່າວ, ຂ້າພະເຈົ້າ ຂໍສະເໜີຕໍ່ສະພາຄວາມໝັ້ນຄົງ ສປຊ, ດ້ວຍພາລະກຳແຖວໜ້າແມ່ນຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ຕ້ອງເຕົ້າໂຮມຄວາມມານະພະຍາຍາມຂອງທົ່ວປະຊາຄົມສາກົນພ້ອມກັນມີການກະທຳຢ່າງຂ້ຽວຂາດດ້ວຍມາດຕະການທີ່ເປັນພື້ນຖານດັ່ງລຸ່ມນີ້:

ທີໜຶ່ງ, ມີວິທີການສຳຜັດຢ່າງຮອບດ້ານ, ສົມດຸນເມື່ອແກ້ໄຂການພົວພັນລະຫວ່າງບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ໃນທົ່ວໂລກ, ໂດຍສະເພາະແມ່ນແກ້ໄຂສາຍເຫດທີ່ພາໃຫ້ເກີດການປະທະກັນ, ຄື: ຄວາມອຶດຫິວທຸກຍາກ, ຄວາມບໍ່ສະເໝີພາບ. ເຄົາລົບກົດບັດ ສປຊ ແລະກົດໝາຍສາກົນຢ່າງເຂັ້ມງວດຕ້ອງກາຍເປັນບັນທັດຖານການປະພຶດຂອງທຸກປະເທດໃນການພົວພັນສາກົນຢ່າງແທ້ຈິງ.

ທີສອງ, ເພື່ອປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ (SDG-2030), ກອບສົນທິສັນຍາຂອງ ສປຊ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (UNFCCC) ແລະຂໍ້ຕົກລົງປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (COP-21) ໃຫ້ມີປະສິດທິຜົນ, ສະພາຄວາມໝັ້ນຄົງ ແລະປະຊາຄົມສາກົນຕ້ອງສະຫງວນແຫຼ່ງກຳລັງຕື່ມອີກເພື່ອໜູນຊ່ວຍບັນດາປະເທດພວມພັດທະນາ, ພັດທະນາຊ້າ, ປະເທດເກາະນ້ອຍ, ປະເທດທີ່ບໍ່ມີທະເລພວມຖືກຜົນກະທົບຈາກດິນຟ້າອາກາດຢ່າງໜັກໜ່ວງທີ່ສຸດແຕ່ຂາດວິຊາການ, ແຫຼ່ງກຳລັງ.

ທີສາມ, ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສະພາຄວາມໝັ້ນຄົງ ຈະສືບຕໍ່ເພີ່ມທະວີກຳລັງຄວາມສາມາດແຈ້ງເຕືອນ, ເປັນກາງໃນການໄກ່ເກ່ຍ, ສະກັດກັ້ນ ແລະແກ້ໄຂການປະທະກັນຢູ່ພາກພື້ນຕ່າງໆ, ໃນນັ້ນມີວິທີການຜ່ານການຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງພາກພື້ນ.

ທີສີ່, ເພື່ອແກ້ໄຂການກ່ຽວພັນລະຫວ່າງດິນຟ້າອາກາດ ແລະຄວາມໝັ້ນຄົງ, ຕ້ອງສືບຕໍ່ຮັບປະກັນບັນດາຫຼັກການເຄົາລົບອະທິປະໄຕ, ສິດເປັນເຈົ້າຕົນເອງ ແລະຄວາມຮັບຜິດຊອບເປັນເຈົ້າພາທາງຂອງປະເທດ. ຜົນປະໂຫຍດລວມຂອງປະຊາຄົມ ແລະປະຊາຊົນທຸກຄົນ, ໂດຍສະເພາະແມ່ນກຸ່ມຄົນດ້ອຍໂອກາດຕ້ອງຖືເປັນຈຸດໃຈກາງໃນຍຸດທະສາດ, ແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ລະດັບຊາດ ແລະທົ່ວໂລກ.

ຂໍຮຽນທ່ານປະທານ,

ຕາມທະນາຄານໂລກ (WB), ຫວຽດນາມ ນອນໃນທອັບ 6 ປະເທດພວມຖືກຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ສະນັ້ນຕ້ອງໄດ້ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ມີປະສິດທິຜົນແມ່ນແຜນນະໂຍບາຍໃຫຍ່, ຄວາມຕັດສິນໃຈດ້ານການເມືອງສູງຂອງລັດຖະບານຫວຽດນາມ. ພວກຂ້າພະເຈົ້າມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (SDG-2030, COP-21) ແລະສະໜັບສະໜູນທຸກຄວາມມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະພາຄວາມໝັ້ນຄົງ ແລະບັນດາເວທີປາໄສຫຼາຍຝ່າຍອື່ນ. ພວກຂ້າພະເຈົ້າ ຫວັງວ່າຈະໄດ້ຮັບການສະໜັບສະໜູນແຫຼ່ງກຳລັງຈາກປະຊາຄົມສາກົນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃຫ້ດີກວ່າອີກ. ຫວຽດນາມ ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະຕັ້ງໜ້າສະໜັບສະໜູນການຮ່ວມມືລະຫວ່າງອາຊຽນ ແລະສປຊ.

ຂໍຮຽນທ່ານປະທານ,

ເຖິງວ່າໂລກພວມເຮັດຈົນສຸດຄວາມສາມາດເພື່ອຮັບມືກັບພະຍາດໂຄວິດ-19 ແລ້ວກໍ່ຕາມ, ແຕ່ການຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ສປຊ: “ສ້າງສັນຕິພາບກັບທຳມະຊາດແມ່ນໜ້າທີ່ຈຸດສຸມຂອງສະຕະວັດທີ 21” ນັ້ນ, ພວກເຮົາຕ້ອງເພີ່ມທະວີການກະທຳ ແລະສາມັກຄີສາກົນ ແລະຂ້າພະເຈົ້າ ເຊື່ອໝັ້ນວ່າ  “ສິ່ງທ້າທາຍ” ຈາກການປ່ຽນແປງຂອງດິນຟ້າອາກາດສາມາດກາຍເປັນ “ກຳລັງໜູນ” ຂອງການປ່ຽນແປງ, ປະກອບສ່ວນກໍ່ສ້າງອະນາຄົດສັນຕິພາບ ແລະພັດທະນາແບບຍືນຍົງໃຫ້ຄົນລຸ້ນຫຼັງກວ່າອີກ.

ຂໍຂອບໃຈ!

ໂດຍ: ແສງເດືອນ