ໃນ “ຖະແຫຼງການຂອງພັກກອມມູນິດ”, K.Marx ແລະ F.Engels ຍົກໃຫ້ເຫັນຢ່າງຈະແຈ້ງບັນດາທັດສະນະພື້ນຖານກ່ຽວກັບລັດທິວັດຖຸນິຍົມປະຫວັດສາດ, ກ່ຽວກັບການຕໍ່ສູ້ຊົນຊັ້ນ, ກ່ຽວກັບພາລະກຳປະຫວັດສາດໂລກຂອງຊົນຊັ້ນກຳມະຊີບ, ກ່ຽວກັບການກໍ່ສ້າງພັກການເມືອງຂອງຊົນຊັ້ນກຳມະກອນ, ຄຽງຂ້າງກັນນັ້ນ, K.Marx  ແລະ F.Engels ຍັງກ່າວແຈ້ງລັກສະນະນໍາໜ້າຂອງພັກກອມມູນິດ, ສາຍພົວພັນລະຫວ່າງພັກກອມມູນິດ ແລະຊົນຊັ້ນ, ບັນດາຫຼັກມູນພື້ນຖານຂອງລັດທິສັງຄົມວິທະຍາສາດ, ບາງຫຼັກມູນຍຸດທະສາດ, ຍຸດໂທບາຍການປະຕິວັດ... K.Marx ແລະ F.Engels ຢັ້ງຢືນວ່າ ຊົນຊັ້ນກໍາມະຊີບບໍ່ສາມາດປົດປ່ອຍຕົນເອງໄດ້, ຖ້າຫາກວ່າບໍ່ປົດປ່ອຍທົ່ວສັງຄົມໄດ້. ແຕ່ຊົນຊັ້ນກຳມະຊີບບໍ່ສາມາດສຳເລັດພາລະກຳປະຫວັດສາດໄດ້ ຖ້າບໍ່ຈັດຕັ້ງເປັນພັກການເມືອງຂອງຊົນຊັ້ນໄດ້. ພັກໄດ້ກຳເນີດ ແລະພັດທະນາເລີ່ມຈາກພາລະກຳປະຫວັດສາດຂອງຊົນຊັ້ນກຳມະຊີບ.

leftcenterrightdel
Karl Marx ແລະ Friedrich Engels ໄດ້ຮຽບຮຽງບົດປະພັນ “ຖະແຫຼງການຂອງພັກກອມມູນິດ”. ພາບ: ເອກະສານ.

ບັນດາຫຼັກມູນເຊິ່ງ K.Marx ແລະ F.Engels ຍົກອອກໃນ “ຖະແຫຼງການຂອງພັກກອມມູນິດ” ແມ່ນພື້ນຖານດ້ານແນວຄິດ ແລະເຂັມທິດໃຫ້ຂະບວນການກໍາມະຊີບ ແລະກຳມະກອນສາກົນ; ສ່ອງແສງບັນດາກົດເກນ, ການພັດທະນາຂອງປະຫວັດສາດມວນມະນຸດຢ່າງຖືກຕ້ອງ ແລະເລິກເຊິ່ງ. ຄຸນຄ່າຕົວຈິງຂອງ “ຖະແຫຼງການຂອງພັກກອມມູນິດ” ໄດ້ຮັບການພິສູດໃຫ້ເຫັນຢ່າງມີຊີວິດຊີວາດ້ວຍກອມມູນປາຣີ, ໄຊຊະນະຂອງການປະຕິວັດເດືອນຕຸລາລັດເຊຍທີ່ຍິງໃຫຍ່ປີ 1917. ດ້ວຍການກຳເນີດ ແລະພັດທະນາຂອງລະບົບບັນດາປະເທດສັງຄົມນິຍົມດ້ວຍບັນດາຜົນງານໃຫຍ່ຫຼວງທີ່ບໍ່ສາມາດປະຕິເສດໄດ້; ດ້ວຍການເຕີບໃຫຍ່ເຂັ້ມແຂງຂອງຂະບວນການກອມມູນິດ ແລະກຳມະກອນຢູ່ໃນບັນດາປະເທດທຶນນິຍົມ; ດ້ວຍຂະບວນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະກ້າວຂຶ້ນລັດທິສັງຄົມນິຍົມໃນຂອບເຂດທົ່ວໂລກ ແລະດ້ວຍຜົນສຳເລັດຂອງຮູບແບບສັງຄົມນິຍົມຢູ່ບາງປະເທດໃນປະຈຸບັນ, ໃນນັ້ນມີຫວຽດນາມ. ຜູ້ນຳ V.I.Lenin ເຄີຍຕີລາຄາວ່າ “ປື້ມເຫຼັ້ມນ້ອຍນັ້ນມີຄຸນຄ່າເທົ່າກັບຫຼາຍຊຸດປື້ມ, ເນື້ອໃນຈິດໃຈຂອງມັນ, ມາຮອດປະຈຸບັນຍັງຄົງປຸກລະດົມ ແລະຊຸກຍູ້ທົ່ວຊົນຊັ້ນກຳມະຊີບທີ່ມີອົງການຈັດຕັ້ງ ແລະຕໍ່ສູ້ຂອງໂລກແຫ່ງສີວິໄລ”.

ໂດຍແມ່ນຄົນຫວຽດນາມ ຜູ້ທຳອິດທີ່ໄດ້ຊອກຫາລັດທິ Marx-Lenin, ປະທານໂຮ່ຈີມິນ ຮັບຮູ້ໄດ້ວ່າ: “ຢາກກູ້ຊາດ ແລະປົດປ່ອຍຊາດ, ບໍ່ມີເສັ້ນທາງໃດນອກຈາກເສັ້ນທາງປະຕິວັດກຳມະຊີບ”. ພາຍໃຕ້ແສງສະຫວ່າງເຍືອງທາງຂອງແນວຄິດ “ຖະແຫຼງການຂອງພັກກອມມູນິດ”, ລັດທິ Marx-Lenin ແລະແນວຄິດໂຮ່ຈີມິນ, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ, ລະດົມໄດ້ທຸກແຫຼ່ງກຳລັງຂອງປະເທດ, ສົມທົບກຳລັງແຮງຂອງຊາດດ້ວຍກຳລັງແຮງຂອງຍຸກສະໄໝເພື່ອຍາດເອົາບັນດາໄຊຊະນະສະຫງ່າລາສີ ແລະກ້າວຂຶ້ນລັດທິສັງຄົມນິຍົມຢ່າງໝັ້ນແກ່ນ.

ບັນດາຜົນງານອັນໃຫຍ່ຫຼວງທີ່ມີຄວາມໝາຍປະຫວັດສາດຂອງພາລະກິດປ່ຽນແປງໃໝ່ຢູ່ຫວຽດນາມ ໃນໄລຍະ 35 ປີແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນການໝູນໃຊ້, ພັດທະນາເນື້ອໃນຈິດໃຈຂອງ “ຖະແຫຼງການຂອງພັກກອມມູນິດ” ຢ່າງຖືກຕ້ອງ ແລະປະດິດສ້າງໃນເງື່ອນໄຂໃໝ່. ໃນບົດກ່າວປາໄສທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ໃນວັນທີ 26 ມັງກອນຜ່ານມາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນັ້ນໜັກວ່າ: ຜ່ານ 35 ປີແຫ່ງການດຳເນີນພາລະກິດປ່ຽນແປງໃໝ່,  30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນໄລຍະຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ພັດທະນາຢ່າງແຮງ, ຮອບດ້ານກວ່າອີກເມື່ອທຽບໃສ່ຊຸມປີກ່ອນທີ່ດຳເນີນການປ່ຽນແປງໃໝ່; ປະເທດຫວຽດນາມຍັງບໍ່ທັນມີເວລລາໃດທີ່ມີພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງຄືໃນປະຈຸບັນ... ທ່ານ ຫງວຽນຝູຈ້ອງ ຢັ້ງຢືນວ່າ:  ໂຄງການການເມືອງຂອງພັກສືບຕໍ່ແມ່ນຄັນທຸງແນວຄິດ, ທິດສະດີນຳພາຊາດເຮົາສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະຄົບຊຸດ. ແມ່ນພື້ນຖານເພື່ອໃຫ້ພັກເຮົາປັບປຸງແນວທາງສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນໄລຍະໃໝ່.

ພຶດຕິກຳຕົວຈິງແຫ່ງການປະຕິວັດຫວຽດນາມ ແລະບັນດາຜົນງານ ເຊິ່ງປະຊາຊົນເຮົາບັນລຸໄດ້ໃນຊຸມປີຜ່ານມາສືບຕໍ່ຢັ້ງຢືນໃຫ້ເຫັນວ່າເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາແມ່ນຖືກຕ້ອງ, ເໝາະສົມກັບກົດເກນພາວະວິໄສ. ສິ່ງດັ່ງກ່າວອີກເທື່ອໜຶ່ງຢັ້ງຢືນວ່າ “ຖະແຫຼງການຂອງພັກກອມມູນິດ” ຈະສືບຕໍ່ແມ່ນຄັນທຸງດ້ານແນວຄິດເຍືອງທາງເພື່ອກ້າວສູ່ລັດທິ ກອມມູນິດຂອງມວນມະນຸດ, ໃນນ້ັນມີຫວຽດນາມ.

ໂດຍ: ແສງເດືອນ