ກ່ອນໜ້ານັ້ນ, ລັດຖະບານຝລັ່ງ ໄດ້ເປີດງານວາງສະແດງຂະໜາດໃຫຍ່ທີ່ມີຊື່ວ່າ “ງານວາງສະແດງຫົວເມືອງຂຶ້ນສາກົນ” ຢູ່ນະຄອນຫຼວງປາຣີ ເຊິ່ງໄດ້ແນະນໍາກ່ຽວກັບວັດທະນະທໍາຂອງບັນດາຫົວເມືອງຂຶ້ນ. ງານວາງສະແດງໄດ້ຊີ້ໃຫ້ເຫັນຫຼາຍຊົນຊາດດ້ວຍເອກະລັກສະເພາະທາງດ້ານວັດທະນະທໍາ, ດໍາລົງຊີວິດພາຍໃຕ້ລະບອບສາທາລະນະລັດຝລັ່ງ. ງານວາງສະແດງໄດ້ແກ່ຍາວເປັນເວລາ 6 ເດືອນ, ດຶງດູດແຂກມາຢ້ຽມຊົມເຖິງ 8 ລ້ານຄົນ. ແຕ່ວ່າຢູ່ເບື້ອງຫຼັງນັ້ນພັດແມ່ນແນວຄິດລ່າເມືອງຂຶ້ນໄດ້ຊຶມເລິກເຂົ້າໃນຫົວຂອງວົງການການນໍາຝລັ່ງ ໃນຖານະນາມທີ່ວ່າ “ນໍາມາໃຫ້ອະລິຍະທໍາສີວິໄລ”. ງານວາງສະແດງແມ່ນສານທີ່ສະແດງໃຫ້ເຫັນວ່າບັນດາຫົວເມືອງຂຶ້ນທີ່ຫຼ້າຫຼັງກໍາລັງຄ່ອຍໆກ້າວໜ້າກວ່າຍ້ອນມີ “ປະເທດແມ່ປົກປ້ອງ”, ແມ່ນສະພາບຕົວຈິງທີ່ກົງກັນຂ້າມກັບສິ່ງທີ່ທ່ານນາງ Viollis ໄດ້ເຫັນປະຈັກຕາ.

leftcenterrightdel

ທ່ານນາງ Andrée Viollis ນັກຂ່າວຄົນຝລັ່ງ. 

ພາບ: reporters-et-cie.guerredespagne.fr.

ເມື່ອມາຮອດ ຫວຽດນາມ, ທ່ານນາງ Viollis ເຫັນປະຈັກຕາປະເທດໜຶ່ງທີ່ກໍາລັງອົດທົນພາຍໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ. ຊາວຝລັ່ງ ແລະຊາວຫວຽດນາມ ຈຳນວນໜ້ອຍໜຶ່ງແມ່ນມີການດໍາລົງຊີວິດສົມບູນພູນສຸກ, ໃນຂະນະນັ້ນປະຊາຊົນສ່ວນຫຼາຍແມ່ນມີຊີວິດທຸກຍາກລໍາບາກ, ບໍ່ໄດ້ສໍາຜັດກັບການບໍລິການຕ່າງໆ, ຄື: ສາທາລະນະສຸກ, ການສຶກສາ. ຄຽງຂ້າງການຂຸດຄົ້ນຊັບພະຍາກອນ, ຊາວຝລັ່ງ ໄດ້ຂາຍຢາຝິ່ນ, ເຫຼົ້າ, ທັງຢາກດັບມອດກໍາລັງຕໍ່ສູ້, ທັງເກັບເງິນກໍາໄລກ້ອນໃຫຍ່ຜ່ານການວາງອັດຕາພາສີໃສ່ທາດເສບຕິດນີ້.

ປີ 1920, ສະເພາະພາສີເກືອ, ຢາຝິ່ນ ແລະເຫຼົ້າໄດ້ປະກອບສ່ວນ 44% ເຂົ້າງົບປະມານຂອງອໍານາດການປົກຄອງຫົວເມືອງຂຶ້ນ. ປີ 1929, ການຊຸດໂຊມຄັ້ງໃຫຍ່ເລີ່ມມາຈາກອາເມລິກາ, ຫຼັງຈາກນັ້ນໄດ້ແຜ່ອອກໄປທົ່ວໂລກ. ບໍ່ສາມາດຫຼີກລ້ຽງຜົນສະທ້ອນໄດ້, ນັບແຕ່ປີ 1930, ປາຣີ ຕັດສິນໃຈເພີ່ມການກອບໂກຍຫົວເມືອງຂຶ້ນ. ດ້ວຍແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ, ຄື: ສັງກະສີ, ຊືນ, ເຫຼັກ, ຖ່ານຫີນ... ພ້ອມກັບທີ່ດິນຈະເລີນພັນເພື່ອປູກຕົ້ນໄມ້ຊະນິດຕ່າງໆທີ່ມີຄຸນຄ່າສູງ, ຄື: ຢາສູບ, ຢາງພາລາ, ສະນັ້ນໄດ້ດຶງດູດການລົງທຶນຈາກບັນດາບໍລິສັດຝລັ່ງ ເຂົ້າຫວຽດນາມ. ການຫັນເປັນອຸດສາຫະກໍາໄດ້ຮັບການຍູ້ແຮງເພື່ອສ້າງກໍາໄລໃຫ້ໄດ້ຫຼາຍທີ່ສຸດຈາກການຂູດຮີດປະຊາຊົນ.

ຍ້ອນມີຄວາມຂັດແຍ້ງກັນລະຫວ່າງປະຊາຊົນຫວຽດນາມ ກັບລ່າເມືອງຂຶ້ນຝລັ່ງ, ລະຫວ່າງຊົນຊັ້ນກໍາມະກອນ, ຊາວນາກັບເຈົ້າທີ່ດິນສັກດີນາຢ່າງຮ້າຍແຮງ ສະນັ້ນການປະຕິວັດຈຶ່ງກາຍເປັນເສັ້ນທາງທີ່ຈໍາເປັນ.

ວັນທີ 3 ກຸມພາ 1930, ພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ. ຫຼັງຈາກນັ້ນ, ພັກໄດ້ນໍາພາຂະບວນການປະຕິວັດ, ດ້ວຍຈຸດສູງສຸດແມ່ນຂະບວນການໂຊວຽດ-ເງະຕິງ. ກໍ່ໃນປີນັ້ນ, ການລຸກຮື້ຂຶ້ນຂອງປະຊາຊົນຫວຽດນາມ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງໃນທົ່ວປະເທດ. ເພື່ອຮັກສາກົງຈັກອໍານາດການປົກຄອງ, ລ່າເມືອງຂຶ້ນຝລັ່ງໄດ້ກໍ່ການຮ້າຍ, ປາບປາມຜູ້ຮັກຊາດຢ່າງໂຫດຮ້າຍສາມານ. ທ່ານນາງ Viollis ໄດ້ສໍາຜັດກັບຜູ້ຮັກຊາດເຫຼົ່ານີ້ຢູ່ໃນຄຸກຝລັ່ງ, ພົ້ນເດັ່ນແມ່ນວິລະຊົນ ຫຼີຕຶຈ້ອງ. ເຖິງວ່າປະລາໄຊໃນເບື້ອງຕົ້ນແຕ່ຂະບວນການຕໍ່ສູ້ໃນທົ່ວປະເທດໄດ້ສ້າງບົດຮຽນອັນລ້ໍາຄ່າຫຼາຍຢ່າງ, ເປັນການພິສູດໃຫ້ເຫັນແນວທາງນໍາພາຂອງພັກກອມມູນິດຫວຽດນາມ ທີ່ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

ປີ 1935, ທ່ານນາງ Viollis ຂຽນປຶ້ມທີ່ມີຊື່ວ່າ “SOS Indochina” (ແປວ່າ: ອິນດູຈີນ ຮຽກຮ້ອງຂໍຄວາມຊ່ວຍເຫຼືອ) ເຊິ່ງໄດ້ພັນລະນາຢ່າງລະອຽດ, ເປັນຈິງກ່ຽວກັບການກົດຂີ່ຂົ່ມເຫັງຂອງລ່າເມືອງຂຶ້ນຝລັ່ງ ຕໍ່ກັບປະຊາຊົນໃນຫົວເມືອງຂຶ້ນ. ອໍານາດການປົກຄອງຝລັ່ງ ໄດ້ປະຕິເສດເນື້ອໃນຂອງປຶ້ມເຫຼັ້ມນີ້, ຖືວ່າທ່ານນາງໄດ້ເສກສັນປັ້ນແຕ່ງ, ໃສ່ຮ້າຍປ້າຍສີປະເທດ. ແຕ່ວ່າປຶ້ມເຫຼັ້ມນີ້ຍັງໄດ້ພິມຈໍາໜ່າຍຄືນໃໝ່ເມື່ອປີ 1949, ປະກອບສ່ວນຊ່ວຍໃຫ້ຫາງສຽງຝລັ່ງ ຄັດຄ້ານສົງຄາມ ແລະລັດທິລ່າເມືອງຂຶ້ນຢ່າງແຮງກວ່າ.

ປີ 1945, ຊາວຫວຽດນາມ ຍາດໄດ້ເອກະລາດ. ພັກກອມມູນິດຫວຽດນາມ ໄດ້ຜ່ານໄລຍະ 15 ປີແຫ່ງການຕໍ່ສູ້, ຖອດຖອນບົດຮຽນ, ກໍາແໜ້ນກາລະໂອກາດ ແລະໂດຍສະເພາະແມ່ນມີການສະໜັບສະໜູນຂອງປະຊາຊົນ, ແອກປົກຄອງຂອງລ່່າເມືອງຂຶ້ນຝລັ່ງເກືອບ 100 ປີໄດ້ຢຸດຕິລົງພາຍຫຼັງການປະຕິວັດເດືອນສິງຫາປະສົບຜົນສໍາເລັດ, ສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ຂຶ້ນ. ແຕ່ວົງການກໍາອໍານາດຢູ່ປາຣີ ຍັງບໍ່ທັນຍອມປ່ອຍໜຶ່ງໃນບັນດາຫົວເມືອງຂຶ້ນທີ່ສົມບູນທີ່ສຸດຂອງຕົນ, ຍັງກັບມາຮຸກຮານຄືນໃໝ່ໃນປີ 1946 ແລະແລ້ວກໍ່ຖືກປະລາໄຊໃນປີ 1954.

ໂດຍ: ດັ້ງເກື່ອງ