ມານະພະຍາຍາມຜ່ານຜ່າ “ພະຍຸລົມແດງ”

ຕົ້ນປີ 2020, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ກົງກັບຈຸດເວລາທີ່ພະຍາດໂຄວິດ-19 ລະບາດ, ປະລິມານວຽກງານຕ້ອງແກ້ໄຂແມ່ນຫຼາຍທີ່ສຸດ. ຕາມນັ້ນແລ້ວ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ເອີ້ນຫຍໍ້ວ່າຄະນະຜູ້ຕາງໜ້າ) ໄດ້ເຂົ້າຮ່ວມຫຼາຍພັນກອງປະຊຸມຂັ້ນຕ່າງໆ, ນັບແຕ່ກອງປະຊຸມຂັ້ນສູງຈົນຮອດຂັ້ນຊ່ຽວຊານ; ປະຕິບັດປະມານ 500 ບົດກ່າວຄຳເຫັນທີ່ຕາງໜ້າໃຫ້ປະເທດ ແລະທັງອາຊຽນ, ໃນຫຼາຍຂົງເຂດຈາກສັນຕິພາບ, ສະຖຽນລະພາບຈົນຮອດບັນຫາການພັດທະນາ, ສັງຄົມ, ຊຸກຍູ້ ແລະປົກປ້ອງສິດທິມະນຸດ... ແລະເຂົ້າຮ່ວມວິວັດການສ້າງເອກະສານຫຼາຍຮ້ອຍສະບັບຢູ່ທັງສະພາຄວາມໝັ້ນຄົງ ແລະສະມັດຊາໃຫຍ່ ສປຊ. ຄຽງຂ້າງນັ້ນ, ຢູ່ສະພາຄວາມໝັ້ນຄົງ ສປຊ, ຄຳສະເໜີຂອງຫວຽດນາມ ໃນການສ້າງ ແລະຮັບຮອງເອົາມະຕິວ່າດ້ວຍວັນສາກົນປ້ອງກັນ, ຕ້ານພະຍາດ (27-12) ໄດ້ຮັບການສະໜັບສະໜູນຈາກສະມາຊິກ ສປຊ ທັງໝົດ. ນີ້ແມ່ນການກະທຳຢ່າງລະອຽດເພື່ອຜັນຂະຫຍາຍຄຳສັ່ງສະບັບເລກທີ 25-CT/TW  ຂອງຄະນະເລຂາທິການ “ກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030”, ເສີມຂະຫຍາຍບົດບາດນຳພາ, ສະເໜີແນວຄວາມຄິດຂອງຫວຽດນາມ ຢູ່ກົນໄກຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນສະແດງໃຫ້ເຫັນບົດບາດຂອງຫວຽດນາມ ໃນປະຊາຄົມສາກົນ.

ການເຄື່ອນໄຫວຂອງສະພາຄວາມໝັ້ນຄົງໄດ້ສ່ອງແສງສະພາບການທົ່ວໂລກມີການຜັນແປຫຼາຍຢ່າງດ້ວຍການປະທະກັນ, ຄວາມເຄັ່ງຕຶງ ແລະວິກິດການໃຫຍ່ທີ່ສຸດນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2. ປີຜ່ານມາ, ສະພາຄວາມໝັ້ນຄົງ ກໍ່ເກີດຫຼາຍບັນຫາໂດຍບັງເອີນ. ຍ້ອນເຫດນັ້ນ, ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນທີ່ສຸດລະຫວ່າງ “ແນວໜ້າ” ແລະ “ແນວຫຼັງ” ເພື່ອອອກຂໍ້ຕົກລົງໄດ້ຢ່າງຖືກຕ້ອງ ແລະທັນການ.

leftcenterrightdel
ວາລະປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງ ສປຊ ແລະອາຊຽນ ໃນການຮັກສາສັນຕິພາບ ແລະສະຖຽນລະພາບສາກົນພາຍໃຕ້ການເປັນປະທານຂອງຫວຽດນາມ, ປະທານສະພາຄວາມໝັ້ນຄົງ, ເດືອນ ມັງກອນ 2020. ພາບ: ຈ່າຫງວຽນ.

ສຳລັບການເຄື່ອນໄຫວຂອງຄະນະຜູ້ຕາງໜ້າ, ໃນປີຜ່ານມາ, ພວກເຮົາໄດ້ເຮັດສຳເລັດບົດບາດປະທານສະພາຄວາມໝັ້ນຄົງໃນເດືອນທຳອິດທີ່ເຂົ້າຮ່ວມສະພາຄວາມໝັ້ນຄົງ ຢ່າງມີແບບມີແຜນ, ເປັນລະບົບ. ຫວຽດນາມ ໄດ້ເລືອກຫົວຂໍ້ບູລິມະສິດຖືກຕ້ອງທີ່ສຸດນັ້ນແມ່ນເຄົາລົບກົດບັດ ສປຊ, ຊ່ວຍບັນລຸໄດ້ຕົວເລກສະຖິຕິທີ່ບັນດາປະເທດໄດ້ມີຄວາມສົນໃຈ ແລະໄດ້ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ. ນີ້ແມ່ນຄັ້ງທຳອິດທີ່ສະພາຄວາມໝັ້ນຄົງ ໄດ້ອອກຖະແຫຼງການສະເພາະກ່ຽວກັບກົດບັດພາຍໃຕ້ຮູບການຖະແຫຼງການຂອງປະທານສະພາຄວາມໝັ້ນຄົງ (ປະເພດເອກະສານຕ້ອງໄດ້ຮັບການເຫັນດີເຫັນພ້ອມຂອງທັງໝົດ 15 ສະມາຊິກ ຈຶ່ງສາມາດຮັບຮອງໄດ້).

ໃນບົດບາດປະທານຄະນະກຳມະການອາຊຽນ ປະຈຳ ນິວຢອກ, ເຖິງວ່າຖືກຜົນສະທ້ອນຂອງພະຍາດໂຄວິດ-19 ກໍ່ຕາມ, ແຕ່ຄະນະຜູ້ຕາງໜ້າໄດ້ຮັກສາການຕິດຕໍ່, ແລກປ່ຽນລະຫວ່າງຄະນະຜູ້ຕາງໜ້າຂອງບັນດາປະເທດສະມາຊິກຂອງອາຊຽນ ເປັນປົກກະຕິ, ຍົກອອກຫຼາຍຂໍ້ລິເລີ່ມຢ່າງມີໄຫວພິບເພື່ອຈັດຕັ້ງການເຄື່ອນໄຫວໃນປີປະທານອາຊຽນ 2020 ຂອງຫວຽດນາມ ຢູ່ນິວຢອກ, ໃນນັ້ນຮັບປະກັນຈັດຕັ້ງບັນດາການເຄື່ອນໄຫວທາງການຄືປົກກະຕິ. ຄຽງຂ້າງນັ້ນ, ຄະນະຜູ້ຕາງໜ້າໄດ້ປະຕິບັດການກ່າວຄຳເຫັນຕາງໜ້າອາຊຽນ ຢູ່ສະພາຄວາມໝັ້ນຄົງ ສປຊ ແລະຢູ່ຄະນະກຳມະການຂຶ້ນກັບເປັນຫຼາຍຄັ້ງ.

ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19 ຢູ່ນິວຢອກ, ສປຊ ເວົ້າລວມ ແລະຄະນະຜູ້ຕາງໜ້າເວົ້າສະເພາະຕ້ອງປັບຕົວໃຫ້ແທດເໝາະກັບສະພາບການໃໝ່. ບັນດາກອງປະຊຸມສືບຕໍ່ໄດ້ດຳເນີນຜ່ານລະບົບທາງໄກ, ດ້ວຍຈຳນວນຫຼາຍກວ່າໃນບາງຂົງເຂດ; ບັນດາວິທີການເຮັດວຽກຢ່າງມີໄຫວພິບ, ປະດິດສ້າງໄດ້້ໝູນໃຊ້, ຄື: ລົງຄະແນນສຽງດ້ວຍເອກະສານແທນທີການລົງຄະແນນສຽງໂດຍກົງ... ຄືບັນດານັກຮົບຢູ່ແນວໜ້າ, ພະນັກງານ, ພາລະກອນຄະນະຜູ້ຕາງໜ້າໄດ້ປັບຕົວໃຫ້ແທດເໝາະກັບສະພາບການໃໝ່, ດ້ານໜຶ່ງແມ່ນໄດ້ໝູນໃຊ້ມາດຕະການປົກປ້ອງຢ່າງສຸດຂີດ, ດ້ານອື່ນຕ້ອງມີຄວາມທຸ່ນທ່ຽງທີ່ສຸດເມື່ອປະເຊີນໜ້າກັບ “ພະຍຸລົມແດງ” ແລະຈົນຮອດປະຈຸບັນ, ສາມາດເວົ້າໄດ້ວ່າ ຮັກສາໄດ້ “ສະພາບປົກກະຕິໃໝ່”. ພ້ອມກັນນັ້ນ, ຄະນະຜູ້ຕາງໜ້າຍັງເອົາໃຈໃສ່ເຖິງວຽກງານປົກປ້ອງພົນລະເມືອງ, ສົມທົບກັນຈັດຕັ້ງໃຫ້ພົນລະເມືອງຫວຽດນາມ ເກືອບ 1.000 ຄົນຢູ່ເຂດນິວຢອກ ແລະເຂດອ້ອມຂ້າງ ເຂົ້າຮ່ວມຖ້ຽວບິນກັບຄືນປະເທດ.

ມະຕິ 1 ສະບັບ, 3 ສະຖິຕິ

ວັນທີ 23 ພະຈິກ 2020, ສະມັດຊາໃຫຍ່ ສປຊ ຊຸດທີ 75 ໄດ້ຮັບຮອງເອົາມະຕິວ່າດ້ວຍການຮ່ວມມືລະຫວ່າງ ສປຊ-ອາຊຽນ, ໃນນັ້ນຢັ້ງຢືນຄືນໃໝ່ບົດບາດສຳຄັນຂອງອາຊຽນ ແລະການພົວພັນຄູ່ຮ່ວມມືທີ່ນັບມື້ນັບພັດທະນາລະຫວ່າງອາຊຽນ ແລະສປຊ. ພິເສດ, ເລື່ອງຮັບຮອງເອົາມະຕິສະບັບນີ້ໄດ້ສ້າງ 3 ສະຖິຕິ: ເວລາທາບທາມຄຳເຫັນສັ້ນທີ່ສຸດ, ເວລາຂົນຂວາຍສັ້ນທີ່ສຸດ ແລະຈຳນວນປະເທດຮ່ວມອຸປະຖຳຫຼາຍທີ່ສຸດ.

ມະຕິວ່າດ້ວຍການຮ່ວມມືລະຫວ່າງ ສປຊ-ອາຊຽນ ແມ່ນມະຕິ 2 ປີ/ເທື່ອໜຶ່ງ, ໂດຍສະມັດຊາໃຫຍ່ ສປຊ ພິຈາລະນາຮັບຮອງເອົາແຕ່ປີ 2002 ດ້ວຍເປົ້າໝາຍຢັ້ງຢືນ ແລະຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງອົງການຈັດຕັ້ງ. ດ້ວຍບົດບາດປະທານອາຊຽນ ປີ 2020, ຫວຽດນາມ ແມ່ນປະເທດຮັບຜິດຊອບສ້າງຮ່າງເອກະສານ, ເຈລະຈາ ແລະຊຸກຍູ້ການຮັບຮອງເອົາມະຕິດ້ວຍຄວາມເຫັນດີເຫັນພ້ອມປະສົບຜົນສຳເລັດ. ຄວາມຫຍຸ້ງຍາກທີ່ສຸດແມ່ນຕ້ອງ “ແຂ່ງກັບເວລາ. ປີ  2020, ສະມັດຊາໃຫຍ່ ສປຊ ພິຈາລະນາບັນດາມະຕິວ່າດ້ວຍການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນໃນວັນທີ 23 ພະຈິກ, ໃນຂະນະທີ່ທຸກປີ, ຕາມປົກກະຕິແລ້ວຈຸດເວລານີ້ຕົກໃນທ້າຍເດືອນທັນວາ. ໃນຂະນະນັ້ນ, ບັນດາເອກະສານສຳຄັນເພື່ອໃຫ້ພວກເຮົາສ້າງພື້ນຖານໃຫ້ແກ່ການສ້າງມະຕິນັ້ນ ອາຊຽນ ແລະ ສປຊ ພຽງແຕ່ຮັບຮອງເອົາໃນກາງເດືອນຕຸລາ ແລະຊ້ຳບໍ່ໜຳແມ່ນເດືອນພະຈິກ 2020 ເທົ່ານັ້ນ. ຄືແນວນັ້ນ, ຫວຽດນາມ ມີເວລາບໍ່ຮອດເດືອນໜຶ່ງ, ເຊິ່ງເປັນເວລາສັ້ນທີ່ສຸດເມື່ອທຽບໃສ່ທັງໝົດບັນດາມະຕິວ່າດ້ວຍການຮ່ວມມື ສປຊ-ອາຊຽນ ກ່ອນໜ້ານີ້, ເພື່ອສະເໜີຮ່າງເອກະສານ, ປຶກສາຫາລື ແລະຂົນຂວາຍເພື່ອຮັບຄວາມເຫັນດີຂອງທັງໝົດ 193 ສະມາຊິກ ສປຊ.

ດ້ວຍວິທີການດຳເນີນການເຈລະຈາທີ່ກະຈ່າງແຈ້ງ, ບວກກັບການສະໜັບສະໜູນຂອງບັນດາປະເທດກັບການພົວພັນ ສປຊ-ອາຊຽນ ເວົ້າລວມ ແລະບົດບາດຂອງຫວຽດນາມ ເວົ້າສະເພາະ, ມະຕິໄດ້້ຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມກັບ 110 ປະເທດຮ່ວມອຸປະຖຳ ພ້ອມກັບ 10  ປະເທດອາຊຽນ, ຈຳນວນປະເທດອຸປະຖຳຫຼາຍທີ່ສຸດສຳລັບມະຕິວ່າດ້ວຍການຮ່ວມມື ສປຊ-ອາຊຽນ.

ບັນດາການເຄື່ອນໄຫວຂອງຫວຽດນາມ ຢູ່ ສປຊ ໄດ້ປະກອບສ່ວນຢ່າງຕັ້ງໜ້າຊຸກຍູ້ບັນດາຜົນປະໂຫຍດດ້ານຄວາມໝັ້ນຄົງ, ພັດທະນາ ແລະຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງປະເທດ. ບັນດາການເຄື່ອນໄຫວນີ້ກໍ່ປະກອບສ່ວນຊຸກຍູ້ ແລະເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາປະເທດສະມາຊິກ ສປຊ ເລິກເຊິ່ງກວ່າອີກ, ຢຶດໝັ້ນເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດ ສປຊ.

ໂດຍ: ແສງເດືອນ