ພາຍຫຼັງການປະຕິວັດເດືອນສິງຫາສໍາເລັດຜົນ, ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກຳເນີດ, ປະທານໂຮ່ຈີມິນ ໄດ້ສະແດງຄວາມປາດຖະໜາຢາກໃຫ້ຫວຽດນາມ ໄດ້ເປັນເພື່ອນມິດກັບບັນດາປະເທດປະຊາທິປະໄຕ, ພິເສດແມ່ນສ້າງຕັ້ງການພົວພັນທາງການທູດກັບໂຊວຽດ. ວັນທີ 30 ມັງກອນ 1950, ຫວຽດນາມ ແລະໂຊວຽດ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ.

ເລີ່ມແຕ່ນີ້ເປັນຕົ້ນໄປ, ຫວຽດນາມ-ໂຊວຽດ ໄດ້ສົ່ງເສີມການພົວພັນສອງຝ່າຍດ້ວຍການລົງນາມ ແລະປະຕິບັດບັນດາສັນຍາໃນຫຼາຍຂົງເຂດການຮ່ວມມື, ຄື: ການເມືອງ, ການທະຫານ, ການສຶກສາ-ກໍ່ສ້າງ... ດ້ວຍການຊ່ວຍເຫຼືອຂອງໂຊວຽດ, ປະຊາຊົນຫວຽດນາມ ຈຶ່ງຍາດໄດ້ເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ. ຍ້ອນການຊ່ວຍເຫຼືອດ້ານສິນເຊື່ອ ແລະເຕັກນິກຂອງໂຊວຽດ, ຫຼາຍກິດຈະກຳພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມໄດ້ສ້າງຂຶ້ນຢູ່ຫວຽດນາມ, ພົ້ນເດັ່ນແມ່ນ: ໂຄງການຮັກສາສົບໄວ້ຍາວນານ ແລະກໍ່ສ້າງສຸສານປະທານໂຮ່ຈີມິນ, ຫໍວັດທະນະທໍາມິດຕະພາບຫວຽດ-ໂຊ, ໂຮງໝໍມິດຕະພາບຫວຽດ-ໂຊ (ປະຈຸບັນແມ່ນໂຮງໝໍມິດຕະພາບ), ຂົວທັງລອງ, ໂຮງງານເຂື່ອນໄຟຟ້ານໍ້າຕົກຮວ່າບີ່ງ... ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງພັກ, ປະຊາຊົນໂຊວຽດທີ່ມີຕໍ່ກິດຈະການສ້າງສາປະເທດຫວຽດນາມ. ວັນທີ 16 ມິຖຸນາ 1994, “ສົນທິສັນຍາວ່າດ້ວຍຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງ ສສ ຫວຽດນາມ ແລະສະຫະພັນລັດເຊຍ” ເຊິ່ງສອງຝ່າຍໄດ້ລົງນາມຢູ່ນະຄອນຫຼວງມົດສະກູ, ໄດ້ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ສອງປະເທດຍົກການພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ” (ເດືອນມີນາ 2001) “ຄູ່ຮ່ວມມືຍຸດທະສາດຮອບດ້ານ” (ເດືອນກໍລະກົດ 2012).

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນການພົບປະກັບທ່ານ Vladimir Putin ປະທານາທິບໍດີລັດເຊຍ ເນື່ອງໃນໂອກາດທ່ານໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ (ເດືອນພຶດສະພາ 2019). ພາບ: chinhphu.vn.

ໃນຕະຫຼອດໄລຍະກວ່າ 70 ປີຜ່ານມາ, ເຖິງວ່າມີການຜັນແປດ້ານປະຫວັດສາດກໍ່ຕາມ, ແຕ່ສາຍພົວພັນສອງປະເທດຍັງພັດທະນາຢ່າງແຮງເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ. ສອງປະເທດໄດ້ຮ່ວມມືກັນຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ, ເປັນຕົ້ນແມ່ນດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ເປີດເສັ້ນທາງໃຫ້ແກ່ການພົວພັນ, ການຮ່ວມມືອື່ນ, ໃນນັ້ນການພັດທະນາຮ່ວມມືດ້ານເສດຖະກິດແມ່ນໜຶ່ງໃນບັນດາຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດ. ນັບແຕ່ສະຫະພັນບັນດາປະເທດອາຊີ-ເອີລົບລົງນາມສັນຍາການຄ້າເສລີ, ການເຄື່ອນໄຫວການຄ້າສອງສົ້ນຂອງສອງຝ່າຍໄດ້ເພີ່ມຂຶ້ນໄວທີ່ສຸດ. ປີ 2015 ວົງເງິນສອງສົ້ນລະຫວ່າງສະຫະພັນລັດເຊຍ  ແລະຫວຽດນາມ ແມ່ນປະມານ 2,5 ຕື້ໂດລາສະຫະລັດ, ແຕ່ມາຮອດປີ 2018 ໄດ້ເພີ່ມຂຶ້ນເກືອບທົບສອງເທົ່າ, ບັນລຸໄດ້ 4,5 ຕື້ໂດລາສະຫະລັດ. ໃນປີ 2020, ໂດຍບໍ່ຫົວຊາຕໍ່ຜົນກະທົບຢ່າງແຮງຂອງພະຍາດໂຄວິດ-19, ການຮ່ວມມືດ້ານເສດຖະກິດ-ການຄ້າຫວຽດນາມ-ລັດເຊຍ ຍັງບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ວົງເງິນການຄ້າສອງສົ້ນໃນ 10 ເດືອນຂອງປີ 2020 ບັນລຸລະດັບ 4,05 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,02% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ກາຍເປັນ “ຈຸດພົ້ນເດັ່ນ” ໃນການພົວພັນສອງຝ່າຍ.

ປະຈຸບັນ, ສະຫະພັນລັດເຊຍ ກໍ່ແມ່ນໜຶ່ງໃນບັນດາປະເທດມີຊາວຫວຽດນາມ ຫຼາຍຄົນດໍາລົງຊີວິດ ແລະຮໍ່າຮຽນຫຼາຍທີ່ສຸດ. ຫວຽດນາມ ນັບມື້ນັບດຶງດູດ ແລະກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈສໍາລັບນັກທ່ອງທ່ຽວລັດເຊຍ. ນີ້ແມ່ນປັດໄຈສໍາຄັນປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ.

ກ້າວເຂົ້າສູ່ປີ 2021, ຫວຽດນາມ ແລະສະຫະພັນລັດເຊຍ ເລີ່ມກ້າວເຂົ້າສູ່ໄລຍະຮ່ວມມືໃໝ່ພາຍຫຼັງ 70 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ສິ່ງສໍາຄັນແມ່ນຫວຽດນາມ ແລະສະຫະພັນລັດເຊຍ ຕ້ອງສືບຕໍ່ຮັກສາ, ສ້າງກໍາລັງໜູນໃນໄລຍະຮ່ວມມືໃໝ່, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານການຄ້າສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບທ່າແຮງຂອງສອງຝ່າຍເພື່ອສ້າງຜົນປະໂຫຍດໃຫ້ໄດ້ຫຼາຍກວ່ານີ້ອີກ, ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະສະຫະພັນລັດເຊຍ ພັດທະນາແບບຍືນຍົງ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ເພື່ອຕອບສະໜອງຜົນປະໂຫຍດ ແລະຄວາມປາດຖະໜາຂອງການນໍາ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ