ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ຊົມເຊີຍຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020 ສໍາເລັດຜົນ, ພ້ອມທັງຍົກສູງບົດບາດຊີ້ນໍາ ແລະຢຶດໝັ້ນຂອງຫວຽດນາມ ໃນການນໍາພາສະມາຄົມສືບຕໍ່ບັນລຸບັນດາເປົ້າໝາຍກໍ່ສ້າງປະຊາຄົມອາຊຽນ, ໂດຍສະເພາະແມ່ນໃນການຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງອາຊຽນ ຮັບມືກັບພະຍາດໂຄວິດ-19. ສ່ວນທ່ານ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ປະຈໍາຫວຽດນາມ ປະຈໍາ ອາຊຽນ ໄດ້ຂອບໃຈບັນດາຄະນະປະຕິບັດງານປະຈໍາຢູ່ອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະຄະນະເລຂາອາຊຽນ ກ່ຽວກັບການຮ່ວມມື ແລະໜູນຊ່ວຍຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນປີຫວຽດນາມ ເປັນປະທານອາຊຽນ 2020; ພ້ອມທັງຢັ້ງຢືນຄະນະປະຕິບັດງານຫວຽດນາມ ຈະສືບຕໍ່ສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນກັບຄະນະປະຕິບັດງານບຣຸໄນ ເວົ້າສະເພາະ ແລະ CPR ເວົ້າລວມເພື່ອປະຕິບັດສໍາເລັດບັນດາບຸລິມະສິດ, ຂໍ້ລິເລີ່ມໃນປີປະທານອາຊຽນ 2021 ຂອງບຣຸໄນ.
ໂດຍ: ເກື່ອງດັ້ງ
Type the code from the image