ນັກຂ່າວ: ຂໍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ໝາກຜົນຕົ້ນຕໍຂອງການຢ້ຽມຢາມໂຣມາເນຍ ແລະ ສ.ເຊັກ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ?

ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ນີ້ແມ່ນການໄປຢ້ຽມຢາມໂຣມາເນຍ ຄັ້ງທໍາອິດຂອງນາຍົກລັດຖະມົນຕີຫວຽດນາມ ນັບແຕ່ປີ 1977 ແລະຢ້ຽມຢາມ ສ.ເຊັກ ນັບແຕ່ປີ 2007. ຜ່ານການຢ້ຽມຢາມໃນຄັ້ງນີ້, ພວກເຮົາໄດ້ຢັ້ງຢືນຄືນໃໝ່ການຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບບັນດາເພື່ອນມິດຢູ່ເອີລົບກາງ ແລະເອີລົບຕາເວັນອອກໃຫ້ຫຼາຍກວ່າອີກ, ໃນນັ້ນມີໂຣມາເນຍ ແລະ ສ.ເຊັກ ແມ່ນສອງຄູ່ຮ່ວມມືບຸລິມະສິດ.

ຜ່ານການຢ້ຽມຢາມ, ຫວຽດນາມ ແລະໂຣມາເນຍ, ສ.ເຊັກ ບັນລຸໄດ້ບັນດາຄວາມຮັບຮູ້ລວມ, ມີຂໍ້ຕົກລົງສໍາຄັນຫຼາຍສະບັບເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ. ການນໍາໂຣມາເນຍ ແລະ ສ.ເຊັກ ລ້ວນແຕ່ຢັ້ງຢືນວ່າ ຫວຽດນາມ ມີທີ່ຕັ້ງສໍາຄັນທີ່ສຸດໃນນະໂຍບາຍຂອງຕົນ, ເປັນຄູ່ຮ່ວມມືສໍາຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດໃຫ້ເລິກເຊິ່ງກວ້າງຂວາງກວ່າອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Viorica Dancila ນາຍົກລັດຖະມົນຕີໂຣມາເນຍ. ພາບ: cand.com.vn.

ເນື້ອໃນໃນບັນດາການຢ້ຽມຢາມແມ່ນເລື່ອງຊຸກຍູ້ການລົງນາມໃນສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ແລະສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA). ສ.ເຊັກ ແລະໂຣມາເນຍ, ດ້ວຍຖານະເປັນປະທານໝູນວຽນອີຢູ ລ້ວນແຕ່ຢັ້ງຢືນວ່າ, ແມ່ນປະເທດເພື່ອນມິດທີ່ສະໜິດສະໜົມ ແລະຄູ່ຮ່ວມມືຂອງຫວຽດນາມ, ສະໜັບສະໜູນຢ່າງແຮງການລົງນາມ EVFTA ແລະ EVIPA ຢ່າງເປັນທາງການໂດຍໄວໃນຮອບເວລາ 1 ຫາ 2 ເດືອນຈະມາເຖິງ.

ການຢ້ຽມຢາມໂຣມາເນຍ ແລະສ.ເຊັກ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສໍາເລັດຢ່າງຈົບງາມ, ເປີດຂອບເຂດຢ່າງກວ້າງໃຫຍ່ໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມ ກັບໂຣມາເນຍ ແລະ ສ.ເຊັກ ໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ, ເພື່ອຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຜ່ານການຢ້ຽມຢາມຄວນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດສອງປະເທດ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງຫວຽດນາມ ກັບໂຣມາເນຍ ແລະສ.ເຊັກ, ກໍ່ຄືແງ່ຫວັງພັດທະນາການຮ່ວມມືກັບສອງປະເທດນີ້ໃນໄລຍະຈະມາເຖິງ?

ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ກັບໂຣມາເນຍ ແລະ ສ.ເຊັກ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອໃນຕະຫຼອດເກືອບ 70 ປີຜ່ານມາ. ປະຈຸບັນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອນັ້ນສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງຢູ່ແຕ່ລະປະເທດ. ນີ້ແມ່ນປະຖົມປັດໄຈອັນໝັ້ນແກ່ນເພື່ອເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ກັບໂຣມາເນຍ ແລະ ສ.ເຊັກ ໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

ຄວາມສາມາດບົ່ມຊ້ອນໃນການຮ່ວມມືກັບໂຣມາເນຍ ແລະ ສ.ເຊັກ ຍັງໃຫຍ່ຫຼວງຢູ່, ເປັນຕົ້ນແມ່ນໃນບັນດາຂົງເຂດ ເຊິ່ງຫວຽດນາມ ແລະສອງປະເທດສາມາດໜູນຊ່ວຍໃຫ້ກັນ. ຕາມນັ້ນແລ້ວ, ໃນຂອບເຂດການຢ້ຽມຢາມ, ມີເອກະສານບາງສະບັບໄດ້ຮັບການລົງນາມ ຄື: ບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດກະສິກໍາກັບໂຣມາເນຍ, ບົດບັນທຶກຊ່ວຍຈໍາໃນຂົງເຂດທໍລະນີສາດ, ແຮ່ທາດ ແລະມາດຕະຖານການວັດແທກຄຸນນະພາບກັບສ.ເຊັກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Andrej Babis ນາຍົກລັດຖະມົນຕີ ສ.ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ.

ການສຶກສາ-ກໍ່ສ້າງ ແມ່ນຂົງເຂດຮ່ວມມືທີ່ເປັນມູນເຊື້ອ ເຊິ່ງຫວຽດນາມ ແລະສອງປະເທດຄວນຊຸກຍູ້ໃນໄລຍະຈະມາເຖິງ. ກ່ຽວກັບດ້ານແຮງງານ, ທັງໂຣມາເນຍ ແລະ ສ.ເຊັກ ລ້ວນແຕ່ມີຄວາມຕ້ອງການດ້ານແຮງງານ. ດ້ວຍກໍາລັງຜູ້ອອກແຮງງານໜຸ່ມ, ດຸໝັ່ນ, ຫວຽດນາມ ອາດຈະເປັນແຫຼ່ງສະໜອງແຮງງານທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ສອງປະເທດ. ການທ່ອງທ່ຽວແມ່ນຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດລະຫວ່າງຫວຽດນາມ ແລະບັນດາປະເທດເອີລົບກາງ ແລະເອີລົບຕາເວັນອອກ, ໃນນັ້ນມີໂຣມາເນຍ ແລະສ.ເຊັກ.

ສັງເກດໂດຍລວມແລ້ວ, ການຮ່ວມມືລະຫວ່າງຫວຽດນາມ ກັບໂຣມາເນຍ ແລະ ສ.ເຊັກ ມີພື້ນຖານທີ່ມີລັກສະນະປະຫວັດສາດ ແລະບັນດາທ່າແຮງ, ຄວາມສາມາດບົ່ມຊ້ອນຄວນໄດ້ຂຸດຄົ້ນເປັນຢ່າງດີກວ່າອີກໃນໄລຍະຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍຫຼັງການຢ້ຽມຢາມໂຣມາເນຍ ແລະ ສ.ເຊັກ ໃນຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ກັບໂຣມາເນຍ ແລະ ສ.ເຊັກ ແນ່ນອນວ່າຈະໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນຢູ່ແຕ່ລະປະເທດ.

ນັກຂ່າວ: ຂໍສະແດງຄວາມຂອບອົກຂອບໃຈທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ!

ໂດຍ: ທະນາພອນ