ກ່າວຄໍາເຫັນໄຂພິທີ, ທ່ານ ຮວີ່ງແທັ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ຖືວ່າການປ່ຽນແປງເພື່ອປັບຕົວຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນໄດ້ກາຍເປັນເງື່ອນໄຂທີ່ຈໍາເປັນຂອງຊີວິດໃນສະພາບປົກກະຕິໃໝ່. ໃນສະຖານະການນັ້ນ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ ສະໜອງມາດຕະການໃໝ່, ເຄື່ອງມືເພື່ອໃຫ້ວຽກງານປ້ອງກັນ, ຕ້ານໂລກລະບາດມີປະສິດທິຜົນ; ພ້ອມທັງ, ໝູນໃຊ້ຢ່າງແຮງເຂົ້າໃນຊີວິດປະຈໍາວັນເພື່ອສ້າງ ແລະພັດທະນາສະພາບ “ປົກກະຕິໃໝ່”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນໄດ້ປະຕິບັດພິທີ “ຂີດໝາຍ Techfest ແລະ Whise 2021”. ພາບ: ລາຢຸຍ.

ກ່າວຄໍາເຫັນຊີ້ນໍາທີ່ເຫດການ, ທ່ານ ຟ້າມມິງຈ໊ິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ບົດບາດຂອງການປ່ຽນແປງໃໝ່ປະດິດສ້າງ. ສິ່ງທ້າທາຍ, ຄວາມຫຍຸ້ງຍາກຈາກສະພາບຕົວຈິງຕ້ອງໄດ້ຮັບການແກ້ໄຂດ້ວຍການປ່ຽນແປງໃໝ່ປະດິດສ້າງ. ນີ້ກໍ່ແມ່ນຄວາມຮຽກຮ້ອງພາວະວິໄສຂອງການພັດທະນາ, ໄລຍະໃດກໍ່ຕ້ອງມີການປະດິດສ້າງເພື່ອຢັ້ງຢືນ ແລະບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຖືວ່າການປ່ຽນແປງໃໝ່ປະດິດສ້າງຕ້ອງສະໜິດຕິດແທດກັບແຜນນະໂຍບາຍ ເຊິ່ງ ພັກວາງອອກ, ປະກອບສ່ວນເຮັດໃຫ້ປະຊາຊົນທຸກຄົນມີຄວາມອີ່ມໜໍາສໍາລານ, ມີຄວາມຜາສຸກ, ປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ພິສູດພູມປັນຍາ, ກໍາລັງປະດິດສ້າງຂອງຊາວຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢ້ຽມຊົມຮ້ານຄ້າທີ່ເຫດການ. ພາບ: ລາຢຸຍ.

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ໃນໄລຍະປະຈຸບັນຕ້ອງມີການປະດິດສ້າງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຟື້ນຟູ ແລະພັດທະນາເສດຖະກິດ. ປະເທດພັດທະນາຢ່າງໄວ ແລະຍືນຍົງຕ້ອງອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປຽນດີຈີຕອນ. ກ່ອນອື່ນໝົດ, ໃນຂົງເຂດສາທາລະນະສຸກຕ້ອງມີການປະດິດສ້າງເພື່ອໃຫ້ຫວຽດນາມ ສາມາດເປັນເຈົ້າການດ້ານເຕັກນິກ, ຜະລິດຢາປົວພະຍາດ ແລະວັກຊິນກັນໂຄວິດ-19. ທ່ານນາຍົກລັດຖະມົນຕີ ເວົ້າວ່າ “ຖ້າອັນໃດກໍ່ໄປຊື້ຈະເອີ້ນແນວໃດວ່າການປ່ຽນແປງໃໝ່ປະດິດສ້າງ”, ໃນຂົງເຂດການສຶກສາ, ທ່ານ ກໍ່ຖືວ່າ ຕ້ອງປ່ຽນແປງໃໝ່ເພື່ອບໍາລຸງສ້າງຊາວຫວຽດນາມ ໃຫ້ມີຄວາມສະຫຼາດ, ປະດິດຄິດສ້າງ. ໃນຂົງເຂດກະສິກໍາປະດິດສ້າງເພື່ອນຳມາເຊິ່ງມູນຄ່າສ່ວນເກີນສູງກວ່າ.

ທີ່ລາຍການ, ທ່ານນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນໄດ້ປະຕິບັດພິທີ “ຂີດໝາຍ Techfest ແລະ Whise 2021”.

ໂດຍ: ໄຊນີດາ