ທີ່ການຕ້ອນຮັບ, ທ່ານ ເວືອງດີ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍເລື່ອງລັດຖະບານສ.ເກົາຫຼີ ຜັນຂະຫຍາຍນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່, ເອົາໃຈໃສ່ເປັນສໍາຄັນຕໍ່ການພົວພັນຮ່ວມມືກັບຫວຽດນາມ. ຫວຽດນາມ ຕີລາຄາສູງການພົວພັນຮ່ວມມືສອງຝ່າຍຫວຽດນາມ-ສ.ເກົາຫຼີ, ປາດຖະໜາຢາກນໍາການພົວພັນສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກ. ທ່ານ ເວືອງດີ່ງເຫວ້ ເນັ້ນໜັກວ່າດ້ວຍບົດບາດຂອງຕົນ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍສ.ເກົາຫຼີ ແຊກຊຶມເຂົ້າຕະຫຼາດອາຊີຕາເວັນອອກສ່ຽງໃຕ້ຢ່າງເລິກເຊິ່ງ.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ຕ້ອນຮັບທ່ານ Choi Jae-sung. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານສະພາແຫ່ງຊາດປາດຖະໜາຢາກໃຫ້ທ່ານ Choi Jae-sung ສືບຕໍ່ເອົາໃຈໃສ່, ໜູນຊ່ວຍຊຸກຍູ້ການພົວພັນສອງຝ່າຍໃນທຸກຂົງເຂດ, ໃນນັ້ນ ມີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ການພົບປະແລກປ່ຽນປະຊາຊົນ...; ປາດຖະໜາຢາກໃຫ້ພັກປະຊາທິປະໄຕ ຮ່ວມເດີນທາງມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ສ.ເກົາຫຼີ.

ສ່ວນທ່ານ Choi Jae-sung ກໍ່ເນັ້ນໜັກວ່າ ລັດຖະບານສ.ເກົາຫຼີ ຖືເປັນສໍາຄັນການພົວພັນກັບຫວຽດນາມ. ສ.ເກົາຫຼີ ຕີລາຄາສູງຫວຽດນາມ ແລະປາດຖະໜາຢາກຮ່ວມມືຄົ້ນຄ້ວາພັດທະນາໃນບັນດາຂົງເຂດອຸດສາຫະກໍາໃໝ່.

ໂດຍ: ໄຊນີດາ