ວັນທີ 12 ຕຸລາ 2018, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເຊັນຂໍ້ຕົກລົງຮ່ວມມືຊາຍແດນ. ຜ່ານໄລຍະ 3 ປີທີ່ປະຕິບັດຂໍ້ຕົກລົງຮ່ວມມື, ສອງຝ່າຍບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພົນຕີ ວົງຄໍາ ພົມມະກອນ. ພາບ: qdnd.vn |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮັບຮູ້ ແລະຊົມເຊີຍຜົນການຮ່ວມມື, ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມືຊາຍແດນລະຫວ່າງກໍາລັງທະຫານຊາຍແດນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນຊາຍແດນແຕ່ລະປະເທດເວົ້າສະເພາະ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມສອງປະເທດເວົ້າລວມ, ປັບປຸງ ແລະຮັດແໜ້ນການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບສອງປະເທດຫວຽດນາມ-ລາວ ກວ່າອີກ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ກໍາລັງທະຫານຊາຍແດນສອງປະເທດສືບຕໍ່ສົມທົບກັນຜັນຂະຫຍາຍບັນດາເນື້ອໃນ, ອະນຸສັນຍາວ່າດ້ວຍການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ແລະເນື້ອໃນຕ່າງໆທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງຮ່ວມມືຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນສອງປະເທດກວ່າອີກ.
ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນໃນຂົງເຂດບໍາລຸງສ້າງ, ຝຶກອົບຮົມໃຫ້ພະນັກງານທະຫານຊາຍແດນຂັ້ນຕ່າງໆ ເພື່ອຮັບປະກັນໃຫ້ພະນັກງານທະຫານຊາຍແດນສອງຝ່າຍໃຫ້ມີຄຸນທາດ, ກຳລັງຄວາມສາມາດ ແລະອິດທິພົນຊື່ສຽງຢ່າງພຽງພໍ ເພື່ອປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນໃນສະພາບການໃໝ່ໃຫ້ເປັນຢ່າງດີ; ຄົ້ນຄວ້າ, ເປັນເສນາທິການຢ່າງໄວ ເພື່ອສະເໜີກະຊວງປ້ອງກັນປະເທດສອງປະເທດເຊັນອະນຸສັນຍາຫຼືຂໍ້ຕົກລົງຮ່ວມມືຊາຍແດນຂັ້ນກະຊວງປ້ອງກັນປະເທດ.
    |
 |
ທ່ານພົນຕີ ວົງຄໍາ ພົມມະກອນ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີທ່ານພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ສືບຕໍ່ເອົາໃຈໃສ່, ຊີ້ນໍາ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ ຜັນຂະຫຍາຍຢ່າງມີປະສິດທິຜົນ, ປະຕິບັດສໍາເລັດແຜນການຮ່ວມມືຕ່າງໆ ແລະເປົ້າໝາຍເຊິ່ງສອງຝ່າຍວາງອອກ.
    |
 |
ການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະລາວ ມອບຂອງຂວັນທີ່ລະນຶກໃຫ້ກໍາລັງທະຫານຊາຍແດນສອງປະເທດ. ພາບ: qdnd.vn |
ສ່ວນທ່ານພົນຕີ ວົງຄໍາ ພົມມະກອນ ສະເໜີກໍາລັງທະຫານຊາຍແດນສອງປະເທດສືບຕໍ່ຜັນຂະຫຍາຍປະຕິບັດຂໍ້ຕົກລົງຮ່ວມມືເປັນຢ່າງດີ; ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນເຂດຊາຍແດນສອງປະເທດ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ແລະເອກະສານນິຕິກໍາໄດ້ລົງນາມກ່ຽວກັບຊາຍແດນລະຫວ່າງສອງປະເທດຢ່າງເຂັ້ມງວດ; ກອງບັນຊາການທະຫານຊາຍແດນຫວຽດນາມ ສືບຕໍ່ຊ່ວຍເຫຼືອກົມທະຫານຊາຍແດນລາວ, ໂດຍສະເພາະແມ່ນແບ່ງປັນບົດຮຽນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ.
ໂດຍ: ໄຊນີດາ