leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ເຂົ້າຮ່ວມວາລະເປີດກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 152 (IPU-152). ພາບ: ຟ້າມຖັງ

ກ່າວຄໍາເຫັນຊົມເຊີຍກອງປະຊຸມໃຫຍ່ IPU-152, ທ່ານ Numan Kurtulmus ປະທານສະພາແຫ່ງຊາດຕວກກີ ຢັ້ງຢືນວ່າ ກອງປະຊຸມໃຫຍ່ IPU-152 ແມ່ນເຫດການທີ່ມີຄວາມສໍາຄັນທາງປະຫວັດສາດດ້ວຍຫົວຂໍ້ທີ່ສົດໆຮ້ອນໆ, ບໍ່ພຽງແຕ່ໃນລະດັບທົ່ວໂລກເທົ່ານັ້ນ ແຕ່ຍັງຕິດພັນໂດຍກົງກັບການຜັນແປທີ່ສໍາຄັນໃນພາກພື້ນ.

leftcenterrightdel
ທ່ານ Numan Kurtulmus ປະທານສະພາແຫ່ງຊາດ ຕວກກີ ກ່າວຄໍາເຫັນ. ພາບ: ຟ້າມຖັງ

ກ່າວຄໍາເຫັນທີ່ພິທີເປີດ, ທ່ານນາງ Tulia Ackson ປະທານ IPU ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຂາດຄວາມສະເໝີພາບນັບມື້ນັບເພີ່ມຂຶ້ນ, ກໍຄື ກ່າວເຕືອນຢ່າງຮ້າຍແຮງກ່ຽວກັບວິກິດການທາງດິນຟ້າອາກາດ ແລະຜົນຕາມມາໄລຍະຍາວຕໍ່ອະນາຄົດຂອງມວນມະນຸດ.

ປະທານ IPU ຢັ້ງຢືນບົດບາດໃຈກາງຂອງລັດຖະສະພາໃນການສ້າງຄວາມເຫັນດີເຫັນພ້ອມ, ນໍາພານະໂຍບາຍ ແລະສ້າງມາດຕະການທົ່ວໂລກ; ພ້ອມທັງຮຽກຮ້ອງໃຫ້ບັນດາລັດຖະສະພາ ຕ້ອງກໍານົດ 3 ທິດທາງສໍາຄັນ ນັ້ນແມ່ນ: ຊຸກຍູ້ລັກສະນະກວມລວມ, ຢຶດໝັ້ນການເຈລະຈາ ແລະການກະທໍາດ້ວຍວິໄສທັດຍາວນານ ເພື່ອຄົນຮຸ່ນຫຼັງ, ຜ່ານນັ້ນປັບປຸງລັດທິຫຼາຍຝ່າຍ ໂດຍ ສປຊ ຮັກສາບົດບາດໃຈກາງ.

leftcenterrightdel
ທ່ານ Martin Chungong ເລຂາທິການໃຫຍ່ IPU ກ່າວຄໍາເຫັນທີ່ວາລະເປີດກອງປະຊຸມໃຫຍ່ IPU-152. ພາບ: ຟ້າມຖັງ
leftcenterrightdel
ບັນຍາກາດທີ່ວາລະເປີດກອງປະຊຸມໃຫຍ່ IPU-152. ພາບ: ຟ້າມຖັງ

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ Martin Chungong ເລຂາທິການໃຫຍ່ IPU ເຊີດຊູບົດບາດຂອງການທູດລັດຖະສະພາໃນການຊຸກຍູ້ສັນຕິພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ, ກໍຄື ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜ່ານການເຈລະຈາ ແລະຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ແບ່ງປັນບົດຮຽນນັບມື້ນັບດີຂຶ້ນ. 

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ IPU-152. ພາບ: ຟ້າມຖັງ.

ສໍາລັບກອງປະຊຸມໃຫຍ່ IPU-152, ທ່ານເລຂາທິການໃຫຍ່ IPU ຮຽກຮ້ອງໃຫ້ກອງປະຊຸມໃຫຍ່ປຶກສາຫາລື ແລະຮັບຮອງເອົາ 2 ມະຕິສໍາຄັນ ກ່ຽວກັບ: ບົດບາດຂອງລັດຖະສະພາໃນການສ້າງຕັ້ງບັນດາກົນໄກຄຸ້ມຄອງຫຼັງການປະທະກັນ ແລະຟື້ນຟູພື້ນຖານສັນຕິພາບໃຫ້ມີຄວາມຍຸຕິທໍາ, ຍືນຍົງ; ສ້າງພື້ນຖານເສດຖະກິດທົ່ວໂລກໃຫ້ມີຄວາມຍຸຕິທໍາ, ຍືນຍົງ: ບົດບາດຂອງບັນດາລັດຖະສະພາໃນການຕ້ານລັດທິປົກປ້ອງ, ຫຼຸດຜ່ອນພາສີອາກອນ ແລະສະກັດກັ້ນການໜີພາສີຂອງວິສາຫະກິດ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Tulia Ackson ປະທານ IPU. ພາບ: ຟ້າມຖັງ

ກອງປະຊຸມໃຫຍ່ IPU-152 ຈະປະຊຸມແຕ່ວັນທີ 15 ຫາວັນທີ 19 ເມສາ. ຕາມວາລະກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຈະມີບົດກ່າວຄໍາເຫັນສໍາຄັນທີ່ວາລະປຶກສາຫາລືລວມຂອງກອງປະຊຸມໃຫຍ່ IPU-152.

ໂດຍ: ໄຊຊະນະ