ສົນທິສັນຍາວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ເຊິ່ງແມ່ນສົນທິສັນຍາສາກົນຄັ້ງທຳອິດຂອງສະຫະປະຊາຊາດ ໄດ້ຕັ້ງຊື່ຕາມສະຖານທີ່ຂອງຫວຽດນາມ, ແມ່ນຂີດໝາຍປະຫວັດສາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ສະແດງໃຫ້ເຫັນກໍາລັງຄວາມສາມາດ ແລະທີ່ຕັ້ງຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ. ໃນບົດບາດເປັນປະເທດເຈົ້າພາບ, ຫວຽດນາມ ໄດ້ສົມທົບກັບ ສປຊ ຈັດຕັ້ງພິທີເປີດການລົງນາມສົນທິສັນຍາຢູ່ຮ່າໂນ້ຍ ໃນເດືອນຕຸລາ ປີ 2025 ຢ່າງສຳເລັດຜົນ, ດ້ວຍການເຂົ້າຮ່ວມຂອງການນຳ ແລະຜູ້ຕາງໜ້າຂັ້ນສູງທີ່ມາຈາກ 110 ປະເທດ ແລະບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີ 72 ປະເທດ ໄດ້ລົງນາມໃນສົນທິສັນຍາດັ່ງກ່າວຢ່າງເປັນທາງການ, ສືບຕໍ່ເປັນຂົວຕໍ່ຊຸກຍູ້ການເຈລະຈາ, ການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈໃນປະຊາຄົມສາກົນກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພດ້ານໄຊເບີ ແລະການຄຸ້ມຄອງທາງອິນເຕີແນັດ.

leftcenterrightdel
ບັນຍາກາດທີ່ວາລະປຶກສາຫາລືຄົບຄະນະທີສອງ ໃນຂອບເຂດພິທີເປີດການລົງນາມ ແລະກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ. ພາບ: ສໍານັກຂ່າວສານຫວຽດນາມ

ເລື່ອງປະຕິບັດສຳເລັດລະບຽບການໃຫ້ສັດຕະຍາບັນຢ່າງວ່ອງໄວ, ຜ່ານນັ້ນເຮັດໃຫ້ຫວຽດນາມ ກາຍເປັນປະເທດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະເປັນປະເທດທີ 2 ໃນໂລກແມ່ນສະມາຊິກທາງການຂອງສົນທິສັນຍາຮ່າໂນ້ຍ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງ ແລະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການເຊີດຊູກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະລັດທິຫຼາຍຝ່າຍ. ໃນຖານະເປັນສະມາຊິກທາງການ, ຫວຽດນາມ ສາມາດປະກອບສ່ວນຢ່າງແທດຈິງກວ່າເຂົ້າໃນວິວັດການສ້າງ ແລະພັດທະນາກອບນິຕິກໍາສາກົນທາງໄຊເບີ.

ສົນທິສັນຍາຮ່າໂນ້ຍ ແມ່ນພື້ນຖານນິຕິກຳສາກົນທີ່ສຳຄັນ ເພື່ອໃຫ້ຫວຽດນາມ ເພີ່ມທະວີປະສິດທິຜົນໃນການສະກັດກັ້ນ, ພົບເຫັນ, ສືບສວນ ແລະແກ້ໄຂອາດຊະຍາກຳທາງໄຊເບີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນສະພາບການຫັນເປັນດີຈີຕອນ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ພ້ອມທັງຍັງເປັນກຳລັງໜູນທີ່ສໍາຄັນໃຫ້ການປັບປຸງລະບົບກົດໝາຍພາຍໃນປະເທດໃຫ້ສົມບູນແບບ, ຮັບປະກັນການເໝາະສົມກັບມາດຕະຖານ ແລະພັນທະສາກົນ, ພ້ອມທັງຍົກສູງກໍາລັງຄວາມສາມາດດ້ານລະບອບລະບຽບການ, ເຕັກນິກ ແລະແຫຼ່ງຊັບພະຍາກອນມະນຸດໃນການຕ້ານ ແລະສະກັດກັ້ນອາດຊະຍາກຳທາງໄຊເບີ.

ໂດຍ: ທູຈາງ