* ທ່ານ Miguel Diaz Canel ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ກູບາ ຊົມເຊີຍສະຫາຍ ໂຕເລິມ ເນື່ອງໃນໂອກາດ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແລະຢັ້ງຢືນຄືນໃໝ່ເຈດຈໍານົງ ແລະຄໍາໝັ້ນສັນຍາອັນໝັ້ນແກ່ນໃນການສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືພິເສດລະຫວ່າງສອງປະເທດ.

* ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ສປປ ເກົາຫຼີ ເນັ້ນໜັກວ່າ ເລື່ອງສະຫາຍ ໂຕເລິມ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແມ່ນການສະແດງໃຫ້ເຫັນຄວາມໄວ້ວາງໃຈ ແລະຄວາມຄາດຫວັງອັນໃຫຍ່ຫຼວງຂອງທົ່ວພັກ ແລະປະຊາຊົນຫວຽດນາມ ທຸກຖ້ວນໜ້າທີ່ສະຫງວນໃຫ້ແກ່ສະຫາຍ - ຜູ້ທີ່ໄດ້ນໍາພາກິດຈະການພັດທະນາປະເທດ ຈະເລີນຮຸ່ງເຮືອງ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນປະສົບຜົນສໍາເລັດ. ສະຫາຍ ກິມ ເຈິງ ອຸນ ສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນໍາຂັ້ນສູງສອງປະເທດ ໃນເດືອນ ຕຸລາ 2025 ທີ່ ພຽງຢາງ, ການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ຈະສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ ທີ່ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

* ຕາງໜ້າລັດຖະບານ ອາເມລິກາ, ທ່ານ Marco Rubio ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ສົ່ງສານຊົມເຊີຍເຖິງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ເລມິງຮຶງ ນາຍົກລັດຖະມົນຕີ. ໃນສານຊົມເຊີຍ, ທ່ານລັດຖະມົນຕີ Marco Rubio ໃຫ້ຮູ້ວ່າ ອາເມລິກາ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ; ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນຂອງຫວຽດນາມ ໃນການສົ່ງເສີມຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ, ເປີດກວ້າງການພົບປະແລກປ່ຽນປະຊາຊົນ ແລະພ້ອມກັນມານະພະຍາຍາມຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ເສລີ, ເປີດກວ້າງ ແລະປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະກັບຫວຽດນາມ ເພື່ອຊຸກຍູ້ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນສອງປະເທດ, ພ້ອມທັງສືບຕໍ່ເຮັດໃຫ້ສອງປະເທດ ນັບມື້ນັບປອດໄພ, ໝັ້ນຄົງເຂັ້ມແຂງ ແລະຈະເລີນຮຸ່ງເຮືອງກວ່າ.

leftcenterrightdel
ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026-2031 ປະຕິບັດພິທີສາບານຕົວ ຮັບດໍາລົງຕໍາແໜ່ງ. ພາບ: qdnd.vn

* ທ່ານ Alexander Lukashenko ປະທານາທິບໍດີ ເບລາຣຸດ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ໂຕເລິມ, ຫວຽດນາມ ຈະກ້າວໄປຂ້າງໜ້າຢ່າງໝັ້ນຄົງໃນເສັ້ນທາງພັດທະນາ; ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຊ່ວຍເປີດກວ້າງການຮ່ວມມື ຫວຽດນາມ-ເບລາຣຸດ ທາງດ້ານຄຸນນະພາບ. ທ່ານ Alexander Lukashenko ຢັ້ງຢືນວ່າ ເບລາຣຸດ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ຫວຽດນາມ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

* ທ່ານນາງ Olga Chemodanova ປະທານພັກ ລັດເຊຍ ຂາວ ຢັ້ງຢືນວ່າ ພັກລັດເຊຍ ຂາວ ຕີລາຄາສູງການພົວພັນມິດຕະພາບລະຫວ່າງສອງພັກ ແລະປະຊາຊົນສອງປະເທດ ທີ່ເຄີຍໄດ້ຮັບການກໍ່ສ້າງບົນພື້ນຖານເຄົາລົບ ເຊິ່ງກັນ ແລະກັນ ແລະບັນດາຄຸນຄ່າລວມຂອງສອງປະເທດ.

* ທ່ານ Sergei Syrankov ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ເບລາຣຸດ ເນັ້ນໜັກວ່າ ເລື່ອງທ່ານ ໂຕເລິມ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແມ່ນການສະແດງໃຫ້ເຫັນຄວາມຮັບຮູ້ ແລະຄວາມເຊື່ອໝັ້ນອັນເລິກເຊິ່ງຂອງປະຊາຊົນຫວຽດນາມ ຍ້ອນການອຸທິດສ່ວນອັນໃຫຍ່ຫຼວງຂອງສະຫາຍໃນພາລະກິດປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງສັງຄົມສັງຄົມນິຍົມ ຈະເລີນຮຸ່ງເຮືອງ; ຢັ້ງຢືນວ່າ ສະມາຊິກພັກກອມມູ ນິດເບລາຣຸດ ຕີລາຄາສູງນໍ້າໃຈມິດຕະພາບ ແລະຄວາມສາມັກຄີຖ້ານອ້າຍນ້ອງລະຫວ່າງສອງພັກ ແລະປະຊາຊົນສອງປະເທດ; ສະແດງຄວາມນັບຖືຕໍ່ເລື່ອງສອງພັກ ມີທັດສະນະຮ່ວມ ກ່ຽວກັບລະບຽບການໂລກ ແລະຈົ່ງຮັກພັກດີກັບອຸດົມການກ່ຽວກັບຄວາມຍຸຕິທໍາທາງສັງຄົມ.

* ທ່ານ Kassym-Jomart Tokayev ປະທານາທິບໍດີ ກາຊັກສະຖານ ຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ ເນື່ອງໃນໂອກາດ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ; ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າຂອງກາຊັກສະຖານ ຢູ່ອາຊີ ແລະສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມລວມ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ກາຊັກສະຖານ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

* ທ່ານ Ukhnaa Khurelsukh ປະທານາທິບໍດີ ມົງໂກນ ເນັ້ນໜັກວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະວິໄສທັດໄກຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ປະເທດຫວຽດນາມ ອ້າຍນ້ອງ ພວມນັບມື້ນັບພັດທະນາຢ່າງແຂງແຮງ, ກາຍເປັນຫົວຈັກຂັບເຄື່ອນຂອງການເຕີບໂຕເສດຖະກິດໃນພາກພື້ນ; ຖານະທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ທ່ານປະທານາທິບໍດີ ມົງໂກນ ມີຄວາມຍິນດີ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ມົງໂກນ-ຫວຽດນາມ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະມີປະສິດທິຜົນກວ່າອີກໃນທຸກຂົງເຂດ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານ Nyam-Osor Uchral ນາຍົກລັດຖະມົນຕີ ມົງໂກນ ຊົມເຊີຍ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ; ຕີລາຄາວ່າ ການພົວພັນມິດຕະພາບທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ພວມນັບມື້ນັບໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງແຂງແຮງ, ສົມກັບການພົວພັນຄູ່ຮ່ວມມືຮອບດ້ານ ມົງໂກນ-ຫວຽດນາມ.

ທ່ານ Sandag Byambatsogt ປະທານສະພາແຫ່ງຊາດ ມົງໂກນ ຊົມເຊີຍ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ເນື່ອງໃນໂອກາດ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະພາແຫ່ງຊາດ; ສະແດງຄວາມປິຕິຊົມຊື່ນ ເມື່ອການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດສອງປະເທດ ທີ່ຍາມໃດກໍສວມບົດບາດສໍາຄັນໃນການເພີ່ມທະວີ ແລະພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ມົງໂກນ.

* ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ, ທ່ານ Daniel Ortega Saavedra ປະທານາທິບໍດີ ນິກາຣາກວາ ແລະຮ່ວມປະທານາທິບໍດີ ນາງ Rosario Murillo ໄດ້ສົ່ງໂທລະເລກຊົມເຊີຍເຖິງ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ.

ໂດຍ: ໄຊຊະນະ