ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີອານເຊຣີ
ກປ.ອອນໄລ - ຕອນຄ່ຳວັນທີ 18 ມີນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Sifi Ghrieb ນາຍົກລັດຖະມົນຕີອານເຊຣີ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ ແລະສະພາບການສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການໂອ້ລົມທາງໂທລະສັບ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງປະເທດຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ, ເຫັນດີເປັນເອກະພາບຕໍ່ໂຄງການດໍາເນີນງານຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດໂດຍໄວ, ພິເສດແມ່ນໃນຂົງເຂດທີ່ມີທ່າແຮງ, ຄື: ການຮ່ວມມືດ້ານການລົງທຶນ, ຂຸດຄົ້ນນໍ້າມັນອາຍແກັສ ແລະກັ່ນຕອງນ້ຳມັນເຊື້ອໄຟ, ຊຸກຍູ້ການຄ້າ, ຄົ້ນຄວ້າປູກຜະລິດຕະພັນກະເສດຂອງຫວຽດນາມ ຢູ່ອານເຊຣີ, ຮ່ວມມືດ້ານປ້ອງກັນຊາດ, ພະລັງງານທົດແທນ, ວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດີຈີຕອນ.
ທ່ານ ຟ້າມມິງຈິ໊ງ ສະແດງຄວາມວິຕົກກັງວົນຕໍ່ໜ້າການຜັນແປຂອງການປະທະກັນຢູ່ຕາເວັນອອກກາງ, ກໍ່ຄືຜົນກະທົບຢ່າງຮ້າຍແຮງເຖິງເສດຖະກິດໂລກ, ໃນນັ້ນມີຫວຽດນາມ. ບົນຈິດໃຈສາມັກຄີ ເພື່ອສ້າງກຳລັງແຮງ, ຮ່ວມມືເພື່ອສ້າງຄຸນຄ່າ, ເຈລະຈາເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນພັດທະນາ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ຝ່າຍອານເຊຣີ ໜູນຊ່ວຍຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານໂດຍຜ່ານການສະໜອງນ້ຳມັນດິບ ແລະອາຍແກັສ ໃນສະພາບແຫຼ່ງສະໜອງ ຖືກຂາດວັກຂາດຕອນ, ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືລະຫວ່າງບໍລິສັດສຳຫຼວດ ແລະຂຸດຄົ້ນນໍ້າມັນອາຍແກັສຫວຽດນາມ (PVEP) ກັບບໍລິສັດນ້ຳມັນອາຍແກັສແຫ່ງຊາດ ອານເຊຣີ (PVeronach).
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Sifi Ghrieb ນາຍົກລັດຖະມົນຕີ ອານເຊຣີ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Sifi Ghrieb ຢືນຢັນວ່າ ຈະຊຸກຍູ້ການໜູນຊ່ວຍຄວາມໝັ້ນຄົງດ້ານພະລັງງານໃຫ້ຫວຽດນາມ, ສະແດງຄວາມຕັດສິນໃຈພ້ອມກັນຕັ້ງໜ້າຜັນຂະຫຍາຍໝາກຜົນທີ່ພົ້ນເດັ່ນ, ແມ່ນບັນດາບາດກ້າວສຳຄັນໃນການພົວພັນສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດການລົງທຶນ, ການຄ້າ, ກະສິກຳ, ພະລັງງານ, ວັດທະນະທຳ...
ທ່ານ Sifi Ghrieb ໄດ້ຕີລາຄາສູງເຈດຕະນາດີ, ຄວາມຮັບຜິດຊອບ ແລະ ວິທີເຂົ້າເຖິງຂອງຫວຽດນາມ ຕໍ່ກັບການປະທະກັນ ຢູ່ຕາເວັນອອກກາງ ກໍຄືຢູ່ເຂດອື່ນໆ, ສະແດງຄວາມພ້ອມທີ່ຈະສົມທົບກັບຫວຽດນາມ ຮຽກຮ້ອງຝ່າຍຕ່າງໆຢຸດຍິງ, ຫຼຸດຜ່ອນການປີນຂັ້ນໄດ ແລະຊອກຫາມາດຕະການແກ້ໄຂການປະທະກັນໃນທ່ົວໂລກໂດຍສັນຕິວິທີ.
ໂດຍ: ທູຈາງ