ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ທ່າພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ ນັບແຕ່ກອງປະຊຸມ ຄັ້ງທີ 16 (ເດືອນທັນວາ 2024) ມາຮອດປັດຈຸບັນ. ຊົມເຊີຍາຜົນງານພັດທະນາຂອງແຕ່ລະປະເທດ ແລະເນັ້ນໜັກເຖິງຄວາມສໍາຄັນ, ບຸລິມະສິດຂອງການພົວພັນສອງຝ່າຍໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ສອງຝ່າຍເຫັນດີຖືວ່າ ການພົວພັນ ຫວຽດນາມ-ຈີນ ໃນໄລຍະຜ່ານມາ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.
    |
 |
|
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫວັງອີ້ ຫົວໜ້າຫ້ອງການຄະນະກໍາມະການວຽກງານພົວພັນຕ່າງປະເທດສູນກາງ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ. ພາບ: ຫວຽດຈຸງ. |
ທ່ານ ບຸ່ຍແທັງເຊີນ ສະເໜີສອງຝ່າຍຊຸກຍູ້ການສ້າງຕັ້ງກຸ່ມປະຕິບັດງານລະຫວ່າງລັດຖະບານໃນບັນດາຂົງເຂດຈຸດສຸມ; ສະຫງວນບຸລິມະສິດໃຫ້ແກ່ການຮ່ວມມືທາງລົດໄຟ, ໃຫ້ສຳເລັດ 3 ໂຄງການທາງລົດໄຟບັນລຸມາດຕະຖານທີ່ເຊື່ອມຕໍ່ສອງປະເທດໂດຍໄວໄປຄຽງຄູ່ກັບການສະຫງວນໃຫ້ແກ່ຫວຽດນາມ ທຶນກູ້ຢືມດອກເບ້ຍຕໍ່າ, ຖ່າຍທອດເຕັກໂນໂລຊີ, ບໍາລຸງສ້າງຊັບພະຍາກອນມະນຸດທາງລົດໄຟ; ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ເປີດຫ້ອງການສົ່ງເສີມການຄ້າຢູ່ ຈີນ ຕື່ມອີກ; ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນໍ້າຂອງຫວຽດນາມ.
ທ່ານ ບຸ່ຍແທັງເຊີນ ສະເໜີຍູ້ແຮງການຮ່ວມມືດ້ານກະສິກໍາ, ສິ່ງແວດລ້ອມ, ການເງິນທະນາຄານ, ວິທະຍາສາດ-ເຕັກໂນໂລຊີ, ສາທາລະນະສຸກ, ການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນກໍານົດ ແລະຜັນຂະຫຍາຍບັນດາການເຄື່ອນໄຫວໃນປີຮ່ວມມືດ້ານການທ່ອງທ່ຽວຫວຽດນາມ-ຈີນ 2026-2027 ໂດຍໄວ, ເພີ່ມທຶນການສຶກສາທີ່ສະຫງວນໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ຈີນ.
    |
 |
|
ບັນຍາກາດກອງປະຊຸມ ຄັ້ງທີ 17 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ. ພາບ: ຫວຽດຈຸງ. |
ເຫັນດີກັບຂໍ້ສະເໜີຮ່ວມມືຂອງທ່ານ ບຸ່ຍແທັງເຊີນ, ທ່ານ ຫວັງອີ້ ຢັ້ງຢືນວ່າ ຈີນ ຖືເປັນສໍາຄັນການຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ, ພ້ອມແລ້ວທີ່ຈະແບ່ງປັນໂອກາດພັດທະນາ, ສະໜັບສະໜູນຫວຽດນາມ ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ພ້ອມແລ້ວທີ່ຈະເປີດກວ້າງການນໍາເຂົ້າສິນຄ້າທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ສົ່ງເສີມການຄ້າທີ່ສົມດຸນ. ທ່ານ ຫວັງອີ້ ຢັ້ງຢືນ ວ່າ ຈີນ ຈະຕັ້ງໜ້າຊຸກຍູ້ຄວາມຄືບໜ້າຜັນຂະຫຍາຍເສັ້ນທາງລົດໄຟ 3 ສາຍ ແລະການຮ່ວມມືດ້ານທຶນຮອນ, ເຕັກນິກ, ບໍາລຸງສ້າງຊັບພະຍາກອນທາງລົດໄຟ; ສົ່ງເສີມວິສາຫະກິດຈີນ ເປີດກວ້າງການລົງທຶນເຂົ້າຫວຽດນາມ. ທ່ານ ຫວັງອີ້ ກໍສະເໜີສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຫາກໍ່ພົ້ນເດັ່ນ, ຄື: ເຕັກໂນໂລຊີສູງ, ນະວັດຕະກໍາ, ພະລັງງານສະອາດ; ຫວັງວ່າ ສອງຝ່າຍຈະຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທໍາ, ສາທາລະນະສຸກ, ການສຶກສາ; ຢັ້ງຢືນວ່າ ຈີນ ຈະສະໜອງທຶນການສຶກສາໃຫ້ແກ່ນັກສຶກສາຫວຽດນາມ ຫຼາຍກວ່າອີກ ດ້ວຍຮູບການທີ່ຫຼາກຫຼາຍ.
ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນຫາຢູ່ທະເລ, ເຫັນດີສືບຕໍ່ຈັດຕັ້ງປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານ ບຸ່ຍແທັງເຊີນ ສະເໜີສອງຝ່າຍຖືຕົນເຂົ້າໃນທີ່ຕັ້ງຂອງກັນ, ເຄົາລົບອະທິປະໄຕ, ຜົນປະໂຫຍດອັນຊອບທໍາຂອງກັນໃຫ້ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ສືບຕໍ່ເສີມຂະຫຍາຍບົດບາດຂອງກົນໄກເຈລະຈາກ່ຽວກັບທະເລ, ຊຸກຍູ້ໃຫ້ບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິທິພາບ, ແທດຈິງ ໂດຍໄວ.
ໂດຍ: ໄຊຊະນະ