leftcenterrightdel
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານນາງ Helene Budliger Artieda ຮອງລັດຖະມົນຕີກະຊວງເສດຖະກິດ, ການສຶກສາ ແລະຄົ້ນຄວ້າສະວິດ. ພາບ: ກວາງຮວ່າ

ທີ່ການຕ້ອນຮັບ, ທ່ານ ເລຮ່ວາຍຈູງ ໃຫ້ຮູ້ວ່າ ປະຈຸບັນ ຫວຽດນາມ ພວມປະຕິບັດວິວັດທະນາການພັດທະນາໃໝ່, ດ້ວຍຈຸດສຸມແມ່ນຍູ້ແຮງການພັດທະນາວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ ເພື່ອແນໃສ່ສ້າງພື້ນຖານອຸດສາຫະກຳ, ການບໍລິການທີ່ທັນສະໄໝ. ທ່ານ ເລຮ່ວາຍຈູງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບສະວິດ ໃນການຜັນຂະຫຍາຍວິວັດທະນາການດັ່ງກ່າວ. ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1971-2026), ທ່ານ ເລຮ່ວາຍຈູງ ສະເໜີໃຫ້ສອງຝ່າຍຕັ້ງໜ້າຊຸກຍູ້ແນໃສ່ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ຄຽງຂ້າງກັບຂົງເຂດຮ່ວມມືທີ່ເປັນມູນເຊື້ອ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ກວາງຮວ່າ

ທ່ານນາງ Helene Budliger Artieda ໄດ້ແຈ້ງໃຫ້ຊາບຜົນການເຈລະຈາຂອງສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ກັບ ສະມາຄົມການຄ້າເສລີເອີລົບ (EFTA) ໃນຫວ່າງແລ້ວນີ້, ໃຫ້ຮູ້ວ່າ ສອງຝ່າຍໄດ້ແກ້ໄຂຄວາມແຕກຕ່າງກັນໂດຍພື້ນຖານ, ເພື່ອສາມາດສິ້ນສຸດການເຈລະຈາໂດຍໄວ. ທ່ານນາງ Helene Budliger Artieda ເນັ້ນໜັກວ່າ ເລື່ອງສອງຝ່າຍລົງນາມໃນສັນຍານີ້ຈະເປີດໄລຍະຮ່ວມມືໃໝ່ລະຫວ່າງຫວຽດນາມ ກັບກຸ່ມປະເທດໃນ EFTA, ນໍາມາເຊິ່ງກາລະໂອກາດເພື່ອໃຫ້ນັກລົງທຶນສະວິດ ຍູ້ແຮງການເຄື່ອນໄຫວຢູ່ຫວຽດນາມ.

ທ່ານນາງ Helene Budliger Artieda ໃຫ້ຮູ້ວ່າ ການເຂົ້າຮ່ວມຄະນະປະຕິບັດງານຫວຽດນາມ ໃນຄັ້ງນີ້ຍັງມີຜູ້ຕາງໜ້າວິສາຫະກິດໃນຂົງເຂດເຕັກໂນໂລຢີສູງ. ບັນດາວິສາຫະກິດສະແດງຄວາມເອົາໃຈໃສ່ເຖິງແງ່ຫວັງລົງນາມ FTA ແລະຕະຫຼາດຫວຽດນາມໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີຍູ້ໄວການເຈລະຈາ ແລະຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບ EFTA ໂດຍໄວ, ນໍາປະເທດສະວິດ ໃຫ້ກາຍເປັນໜຶ່ງໃນບັນດານັກລົງທຶນໃນທອັບ 10 ຢູ່ຫວຽດນາມ.

ໂດຍ: ທູຈາງ