ວັນທີ 17 ມີນາ, ທີ່ຮ່າໂນ້ຍ, ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ຕ້ອນຮັບທ່ານ Daniel Rosen ຜູ້ອໍານວຍການຝ່າຍບໍລິຫານກຸ່ມບໍລິສັດ Rosen Partners, ອາເມລິກາ.

leftcenterrightdel
ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຕ້ອນຮັບທ່ານ Daniel Rosen ຜູ້ອໍານວຍການຝ່າຍບໍລິຫານກຸ່ມບໍລິສັດ Rosen Partners, ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາເມລິກາ; ໃນນັ້ນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະເສດຖະກິດດີຈີຕອນແມ່ນໜຶ່ງໃນບັນດາເສົາຄໍ້າບຸກທະລຸ. ພ້ອມທັງຫວັງວ່າ ບັນດາວິສາຫະກິດ, ຄູ່ຮ່ວມມືເຕັກໂນໂລຊີອາເມລິກາ ເພີ່ມທະວີການຮ່ວມມືກັບຫວຽດນາມ, ປະກອບສ່ວນປະຕິບັດບັນດາເປົ້າໝາຍຫັນເປັນດີຈີຕອນ ແລະບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງຫວຽດນາມ.

ທ່ານລັດຖະມົນຕີ ເລືອງຕາມກວາງ ສະເໜີກຸ່ມບໍລິສັດ Rosen Partners, ບໍລິສັດ R.MOR ພ້ອມກັບວິສາຫະກິດອາເມລິກາ ສືບຕໍ່ຮັກສາການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາທ່າອ່ຽງເຕັກໂນໂລຊີໃໝ່, ບົດຮຽນສາກົນ ແລະບັນດາຮູບແບບຮ່ວມມືທີ່ສອດຄ່ອງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ສ້າງພື້ນຖານ ເພື່ອຄົ້ນຄວ້າຄວາມສາມາດຮ່ວມມື.

ສ່ວນທ່ານ Daniel Rosen ຕີລາຄາສູງວິໄສທັດຂອງຫວຽດນາມ ໃນການຊຸກຍູ້ການຫັນເປັນດີຈີຕອນ, ນະວັດຕະກໍາ ແລະກໍ່ສ້າງພື້ນຖານໂຄງລ່າງດີຈີຕອນທີ່ປອດໄພ, ຍືນຍົງ; ຢັ້ງຢືນວ່າ ກຸ່ມບໍລິສັດ Rosen Partners, ໃນນັ້ນມີ ບໍລິສັດ R.MOR, ປາດຖະໜາຢາກຊຸກຍູ້ການຮ່ວມມືແທດຈິງກັບບັນດາກົມກອງຂອງກະຊວງຕໍາຫຼວດ ແລະຄູ່ຮ່ວມມືຫວຽດນາມ.

ໂດຍ: ໄຊຊະນະ