ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກການຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຖືກກັບລະດັບຍຸດທະສາດຮອບດ້ານ, ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາສືບຕໍ່ແມ່ນກຳລັງໜູນຕົ້ນຕໍ, ເປັນຮູບແບບໃຫ້ແກ່ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນການພົວພັນສາກົນ. ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະອຳນວຍຄວາມສະດວກໃຫ້ບັນດາກຸ່ມບໍລິສັດພະລັງງານອາເມລິກາ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ, ວິສາຫະກິດສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນສອງຝ່າຍ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່, ເປັນປະຕູເພື່ອຊຸກຍູ້ການຮ່ວມມືລະຫວ່າງ GE Vernova ກັບບັນດາປະເທດຢູ່ພາກພື້ນ, ເປັນຕົ້ນແມ່ນ ອາຊຽນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Scott Strazik ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ GE Vernova ຂອງອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຄວາມສຳຄັນແຖວໜ້າຂອງພະລັງງານສໍາລັບເປົ້າໝາຍພັດທະນາບຸກທະລຸຂອງຫວຽດນາມ, ສະເໜີ GE Vernova ສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະບົດຮຽນປະສົບການ, ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບຫວຽດນາມ ກວ່າອີກ ໃນຂົງເຂດພື້ນຖານໂຄງລ່າງ, ເຕັກໂນໂລຢີ ແລະຊັບພະຍາກອນມະນຸດດ້ານພະລັງງານ, ເປັນຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນການຜັນຂະຫຍາຍມະຕິເລກທີ 70-NQ/TW ຂອງກົມການເມືອງວ່າດ້ວຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045.

ສ່ວນທ່ານ Scott Strazik ໃຫ້ຮູ້ວ່າ ກຸ່ມບໍລິສັດ GE Vernova ເລືອກເອົາຫວຽດນາມ ແມ່ນປະເທດອາຊີທຳອິດຈັດຕັ້ງກອງປະຊຸມພະລັງງານປະຈຳປີ, ເຕົ້າໂຮມການນຳກວ່າ 100 ຄົນທີ່ມາຈາກບັນດາກຸ່ມບໍລິສັດພະລັງງານແຖວໜ້າໂລກ, ຜ່ານນັ້ນເປີດສາກໃຫ້ໄລຍະພັດທະນາໃໝ່ໃນການຮ່ວມມືຂອງ GE Vernova ກັບຫວຽດນາມ ແລະພາກພື້ນ. ທ່ານ Scott Strazik ຢືນຢັນວ່າ ກຸ່ມບໍລິສັດຍາມໃດກໍ່ພ້ອມແລ້ວທີ່ຈະເປັນຂົວຕໍ່ລະຫວ່າງວິສາຫະກິດ ແລະອຳນາດການປົກຄອງສອງປະເທດ, ຮ່ວມເດີນທາງກັບຫວຽດນາມ ບໍ່ພຽງແຕ່ໃນເປົ້າໝາຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານເທົ່ານັ້ນ ຫາກຍັງໃນວິວັດການຜັນຂະຫຍາຍເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ