ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ບາດກ້າວບຸກທະລຸ, ພ້ອມກັນພັດທະນາ
ກປ.ອອນໄລ - ວັນທີ 10 ມີນາ, ທ່ານ ເລຮ່ວາຍຈູງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Cho Hyun ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ເພື່ອແລກປ່ຽນມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ສ.ເກົາຫຼີ ແລະແບ່ງປັນທັດສະນະກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາກ້າວກະໂດດຂອງການພົວພັນສອງປະເທດໃນທຸກຂົງເຂດ, ເປັນຕົ້ນແມ່ນນັບແຕ່ການຢ້ຽມຢາມທາງລັດຖະກິດ ຢູ່ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ (ເດືອນສິງຫາ 2025); ເຫັນດີສືບຕໍ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ສ້າງບຸກທະລຸໃນຂົງເຂດຮ່ວມມືດ້ານເສດຖະກິດ ແລະຊ່ວຍຊູພ້ອມກັນພັດທະນາໂດຍຜ່ານການຜັນຂະຫຍາຍເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ບັນລຸລະດັບ 150 ຕື້ USD ໃນປີ 2030 ຢ່າງແທດຈິງ, ມີປະສິດທິຜົນ; ອຳນວຍຄວາມສະດວກສຳລັບສິນຄ້າຫວຽດນາມ ສົ່ງອອກໄປຍັງຕະຫຼາດ ສ.ເກົາຫຼີ; ສົ່ງເສີມວິສາຫະກິດ ສ.ເກົາຫຼີ ລົງທຶນໃໝ່ ແລະເປີດກວ້າງຂອບຂະໜາດການລົງທຶນຢູ່ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດເຕັກໂນໂລຢີສູງ, ພະລັງງານທົດແທນ, ຕົວເມືອງອັດສະລິຍະ ແລະຂົງເຂດເປັນມິດກັບສິ່ງແວດລ້ອມ.
    |
 |
|
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ໂອ້ລົມທາງໂທລະສັບກັບທ່ານ Cho Hyun ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ເພື່ອແລກປ່ຽນມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ. ພາບ: ກວາງຮວ່າ |
ສອງຝ່າຍເຫັນດີເພີ່ມທະວີ ແລະເປີດກວ້າງການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ - ເຊິ່ງແມ່ນເສົາຄ້ຳໃໝ່ໃນການພົວພັນສອງຝ່າຍ; ຜັນຂະຫຍາຍໄລຍະທີ 2 ຂອງໂຄງການສະຖາບັນວິທະຍາສາດ-ເຕັກໂນໂລຢີ ຫວຽດນາມ-ສ.ເກົາຫຼີ ໂດຍໄວ; ແບ່ງປັນປະສົບການໃນການສ້າງແຜນນະໂຍບາຍ, ຍຸດທະສາດ, ນະວັດຕະກໍາດີຈີຕອນ, ຜັນຂະຫຍາຍໂຄງການໜູນຊ່ວຍການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ເປີດກວ້າງການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ແຮງງານ, ທ້ອງຖິ່ນ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.
    |
 |
|
ບັນຍາກາດທີ່ການໂອ້ລົມທາງໂທລະສັບ. ພາບ: ກວາງຮວ່າ |
ສຳລັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນ ແລະກັນໃນບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຄົ້ນຄວ້າຮູບແບບການຮ່ວມມືທີ່ເໝາະສົມໃນສະພາບການສາກົນ ແລະພາກພື້ນທີ່ມີການຜັນແປຫຼາຍຢ່າງ, ເປັນຕົ້ນແມ່ນການຮ່ວມມືໃນການຮັກສາສະຖຽນລະພາບຂອງຕ່ອງໂສ້ການສະໜອງໃນສະພາບການໂລກທີ່ມີການສັບສົນຄືໃນປະຈຸບັນ.
ໂດຍ: ທູຈາງ