ອີຢູ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 5 ມີນາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບເອກອັກຄະລັດຖະທູດ, ອຸປະທູດຂອງສະຫະພັນເອີລົບ ແລະບັນດາປະເທດສະມາຊິກອີຢູ ປະຈໍາ ຮ່າໂນ້ຍ ແລະທັງຄວບຕໍາແໜ່ງ 20 ທ່ານ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ອີຢູ ແລະບັນດາປະເທດສະມາຊິກເປັນຄູ່ຮ່ວມມືສໍາຄັນແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ. ເລື່ອງຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ໃຫ້ມີປະສິດທິຜົນ ໄດ້ປະກອບສ່ວນນໍາ ອີຢູ ໃຫ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ, ໃນຂະນະທີ່ຫວຽດນາມ ເປັນຄູ່ຮ່ວມມືໃຫຍ່ທີ່ສຸດຂອງອີຢູ ໃນອາຊຽນ. ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປ່ຽນແປງຂອງດິນຟ້າອາກາດ, ກະສິກໍາ, ຕຸລາການ, ວິທະຍາສາດ-ເຕັກໂນໂລຢີ, ສິ່ງແວດລ້ອມ... ພວມໄດ້ຮັບການເປີດກວ້າງດ້ວຍຄວາມສາມາດບ່ົມຊ້ອນຫຼາຍຢ່າງ.
ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜັນຂະຫຍາຍສັນຍາ EVFTA ຢ່າງມີປະສິດທິຜົນ, ຊຸກຍູ້ການຄ້າທີ່ເປີດເຜີຍ ແລະດຸ່ນດ່ຽງ, ອຳນວຍຄວາມສະດວກໃຫ້ການເຂົ້າເຖິງຕະຫຼາດ ແລະຮັບປະກັນຜົນປະໂຫຍດອັນຊອບທຳຂອງວິສາຫະກິດສອງຝ່າຍ; ຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ ແລະອຸປະທູດອີຢູ ຊຸກຍູ້ບັນດາປະເທດສະມາຊິກທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA) ໂດຍໄວ, ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດຫັນເປັນສີຂຽວ, ຫັນເປັນດີຈີຕອນ, ໂຄງລ່າງຄົມມະນາຄົມ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ຕາງໜ້າຄະນະປະຕິບັດງານສະຫະພັນເອີລົບ ປະຈໍາ ຫວຽດນາມ ແລະເອກອັກຄະລັດຖະທູດບັນດາປະເທດສະມາຊິກອີຢູ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບການຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU), ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງກອບນິຕິກໍາໃຫ້ສົມບູນແບບ, ຄວບຄຸມແຫຼ່ງກຳເນີດຂອງສິນໃນນໍ້າ, ຕິດຕາມກວດກາການເຄື່ອນໄຫວຂອງເຮືອຫາປາ, ແກ້ໄຂກໍລະນີລະເມີດກົດໝາຍຢ່າງເຂັ້ມງວດ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບຄະນະກວດກາຂອງຄະນະກຳມະການເອີລົບ (EC) ແລະສະເໜີໃຫ້ບັນດາປະເທດອີຢູ ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ, ສະໜັບສະໜູນເລື່ອງ EC ຍົກເລີກ “ບັດເຫຼືອງ” IUU ໂດຍໄວ, ໜູນຊ່ວຍຫວຽດນາມ ພັດທະນາຂະແໜງການປະມົງທີ່ທັນສະໄໝ ແລະຍືນຍົງ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Rafael De Bustamante ອຸປະທູດຊົ່ວຄາວອີຢູ ປະຈຳ ຫວຽດນາມ ຕີລາຄາສູງຜົນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງອີຢູ ໃນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແລະໃນອາຊຽນ; ເນັ້ນໜັກວ່າ ອີຢູ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ. ບັນດາເອກອັກຄະລັດຖະທູດ, ອຸປະທູດອີຢູ ຖືວ່າ ຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອີຢູ ສ້າງກາລະໂອກາດ ເພື່ອຊຸກຍູ້ການຄ້າ, ຫັນຕະຫຼາດ ແລະຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ, ພັດທະນາເສດຖະກິດທາງທະເລ ແລະພື້ນຖານໂຄງລ່າງທີ່ຈຳເປັນ; ໃຫ້ຄຳໝັ້ນສັນຍາຈະສົມທົບກັນຈັດຕັ້ງປະຕິບັດ EVFTA ຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນຂົງເຂດລົງທຶນ, ວິທະຍາສາດ - ເຕັກໂນໂລຢີ ແລະການເຕີບໂຕສີຂຽວ. ບັນດາປະເທດອີຢູ ຊົມເຊີຍຄວາມຕັດສິນໃຈ ແລະຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານການຂຸດຄົ້ນ IUU, ພ້ອມທັງປາດຖະໜາຢາກສອງຝ່າຍສືບຕໍ່ຮ່ວມມືພັດທະນາການປະມົງແບບຍືນຍົງ. ເນື່ອງໃນໂອກາດນີ້, ບັນດາເອກອັກຄະລັດຖະທູດ, ອຸປະທູດ ອີຢູ ສະເໜີໃຫ້ຫວຽດນາມ ອຳນວຍຄວາມສະດວກ ແລະໜູນຊ່ວຍວຽກງານກົງສູນ ແລະປົກປ້ອງພົນລະເມືອງ.
ໂດຍ: ທູຈາງ