ທ່ານເລຂາທິການໃຫຍ່ ໂຕເລິມ ເລີ່ມຕົ້ນການປະຕິບັດງານຢູ່ອາເມລິກາ
ຕອນເຊົ້າວັນທີ 18 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຍັງ ວໍຊິງຕັນ ດີຊີ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ໃນວັນທີ 20 ກຸມພາ ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ສະຫະລັດອາເມລິກາ, ປະທານຜູ້ກໍ່ຕັ້ງສະພາສັນຕິພາບເຂດ ກາຊາ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປ ວໍຊິງຕັນ ດີຊີ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ |
ແຜນການສັນຕິພາບ ແລະສະພາສັນຕິພາບ ໂດຍ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ສະເໜີ ໄດ້ຮັບຖືວ່າແມ່ນຂໍ້ລິເລີ່ມທີ່ມີຄວາມເປັນໄປໄດ້ທີ່ສຸດນັບແຕ່ເມື່ອການປະທະກັນເກີດຂຶ້ນຢູ່ເຂດກາຊາ ເມື່ອເດືອນ ຕຸລາ 2023, ສ້າງເງື່ອນໄຂໃຫ້ບັນດາຝ່າຍສົນທະນາ, ເຈລະຈາມຸ່ງໄປເຖິງການຢຸດຕິການປະທະກັນ, ບັນລຸໄດ້ມາດຕະການສັນຕິພາບແບບຍືນຍົງໃຫ້ແກ່ພາກພື້ນ. ໄລ່ມາຮອດປັດຈຸບັນ, ບັນດາປະເທດສ່ວນຫຼາຍທີ່ໄດ້ຮັບຄຳເຊີນກໍເຫັນດີເຂົ້າຮ່ວມ, ລວມທັງບັນດາປະເທດທີ່ລົງນາມໃນກົດບັດສະພາສັນຕິພາບຢູ່ Davos, ສະວິດ, ເພື່ອແນໃສ່ສະແດງການສະໜັບສະໜູນ ແລະຄຳໝັ້ນສັນຍາດ້ານການເມືອງ, ແຕ່ພວມຢູ່ໃນໄລຍະສຶກສາສ້າງແຜນການຜັນຂະຫຍາຍ, ຍັງບໍ່ທັນຍົກອອກບັນດາຄຳໝັ້ນສັນຍາປະກອບສ່ວນ ແລະເຂົ້າຮ່ວມຢ່າງລະອຽດເທື່ອ.
ການປະຕິບັດງານຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ, ພ້ອມທັງປັບປຸງຄວາມເຊື່ອໝັ້ນຕໍ່ບັນດາມາດຕະການຮ່ວມມືສາກົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ