ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຊົມເຊີຍຝ່າຍອາເມລິກາ ໄດ້ຈັດຕັ້ງວາລະໄຂສະພາສັນຕິພາບກ່ຽວກັບເຂດ ກາຊາ ປະສົບຜົນສໍາເລັດ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ; ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ຮ່ວມມືໃຫ້ຫຼາຍກວ່າອີກບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບລະບຽບການເມືອງ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານ Elbridge A. Colby ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງສົງຄາມອາເມລິກາ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງສົງຄາມອາເມລິກາ ໄດ້ສົມທົບຢ່າງມີປະສິດທິຜົນໃນການຜັນຂະຫຍາຍເນື້ອໃນຮ່ວມມື, ບົນພື້ນຖານບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ຄໍາຊີ້ນໍາຂອງການນໍາຂັ້ນສູງສອງປະເທດ, ພົ້ນເດັ່ນແມ່ນໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ; ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຮັກສາສັນຕິພາບສະຫະປະຊາຊາດ; ການສຶກສາ-ບໍາລຸງກໍ່ສ້າງ ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Elbridge A. Colby ໄດ້ສົ່ງຄໍາອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ; ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ; ພ້ອມທັງຢືນຢັນວ່າ ກະຊວງສົງຄາມອາເມລິກາ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍານົດຊື່ຂອງທະຫານຫວຽດນາມ ທີ່ເສຍຊີວິດ ຫຼືຫາຍສາບສູນໃນສົງຄາມ, ການສຶກສາ-ບໍາລຸງກໍ່ສ້າງ...

ໂດຍ: ທູຈາງ