ທ່ານ ໂຕເລິມ ເລຂາທິການໃຫຍ່ ເດີນທາງເຖິງ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບກາຊາ
ກປ.ອອນໄລ - ຕອນທ່ຽງວັນທີ 18 ກຸມພາ (ຕາມເວລາທ້ອງຖິ່ນ), ເຮືອບິນໂດຍສານ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງເຖິງສະໜາມບິນທະຫານ Andrews (ອາເມລິກາ), ເພື່ອເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບກາຊາ, ຕາມຄໍາເຊີນຂອງ ທ່ານ Donald Trump ປະທານາທິບໍດີ ສະຫະລັດ ອາເມລິກາ, ປະທານສ້າງຕັ້ງສະພາສັນຕິພາບ ກ່ຽວກັບກາຊາ ແຕ່ວັນທີ 18 ຫາວັນທີ 20 ກຸມພາ 2026.