ທີ່ກອງປະຊຸມ, 9 ປະເທດໄດ້ໃຫ້ຄຳໝັ້ນສັນຍາຈະປະກອບເງິນຈໍານວນ 7 ຕື້ USD ເພື່ອໜູນຊ່ວຍປະຊາຊົນຢູ່ເຂດ ກາຊາ. ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາປະກອບເງິນໃຫ້ແກ່ສະພາສັນຕິພາບ ຈໍານວນ 10 ຕື້ໂດລາສະຫະລັດ. ທະນາຄານໂລກ ຍັງປະກາດສ້າງຕັ້ງກອງທຶນຟື້ນຟູ ແລະພັດທະນາເຂດ ກາຊາ ທີ່ທະນາຄານໂລກ, ເພື່ອແນໃສ່ໜູນຊ່ວຍການຄຸ້ມຄອງການປະກອບສ່ວນຂອງນັກອຸປະຖໍາ, ລະດົມທຶນຈາກບັນດາລັດຖະບານ ກໍຄືພາກເອກະຊົນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍຜູ້ແທນເຂົ້າຮ່ວມວາລະໄຂສະພາສັນຕິພາບກ່ຽວກັບເຂດ ກາຊາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Donald Trump ປະທານາທິບໍດີອາເມລິກາ ຕີລາຄາສູງຕໍ່ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ, ຢືນຢັນຄວາມເຄົາລົບນັບຖືຫວຽດນາມ, ເຊິ່ງແມ່ນປະເທດທີ່ເປັນໜ້ານິຍົມ, ດ້ວຍບົດບາດ ແລະອິດທິພົນຊື່ສຽງທີ່ນັບມື້ນັບໃຫຍ່ກວ່າ.

ການເຂົ້າຮ່ວມສະພາສັນຕິພາບກ່ຽວກັບເຂດ ກາຊາ ຂອງຫວຽດນາມ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຢຸດຕິການປະທະກັນຢູ່ເຂດກາຊາ, ປົກປ້ອງສາມັນຊົນ, ຮັບປະກັນການໜູນຊ່ວຍດ້ານມະນຸດສະທຳຢ່າງປອດໄພ ແລະບໍ່ມີການກີດຂວາງ, ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່, ຊຸກຍູ້ວິວັດທະນາການທາງການເມືອງທີ່ເປັນໜ້າໄວ້ເນື່ອເຊື່ອໃຈແນໃສ່ມຸ່ງໄປເຖິງພື້ນຖານສັນຕິພາບທີ່ໝັ້ນຄົງ ແລະຍືນຍົງຢູ່ເຂດຕາເວັນອອກກາງ.

leftcenterrightdel
ທ່ານ Donald Trump ປະທານາທິບໍດີອາເມລິກາ ກ່າວຄໍາເຫັນທີ່ວາລະໄຂສະພາສັນຕິພາບກ່ຽວກັບເຂດ ກາຊາ. ພາບ: ສໍານັກຂ່າວສານຫວຽດນາມ

ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນການຂັດແຍ້ງກັນ ແລະການປະທະກັນຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ເຄົາລົບນັບຖືສິດພື້ນຖານ ແລະຜົນປະໂຫຍດອັນຊອບທຳຂອງທຸກຝ່າຍທີ່ກ່ຽວຂ້ອງ.

ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບບຢ່າງແໜ້ນແຟ້ນກັບບັນດາສະມາຊິກສະພາສັນຕິພາບ ເຂົ້າຮ່ວມດ້ວຍຄວາມສາມາດຂອງຕົນ ເຂົ້າໃນຄວາມມານະພະຍາຍາມແນໃສ່ໜູນຊ່ວຍດ້ານມະນຸດສະທຳຢ່າງຮີບດ່ວນ, ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່ ແລະສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ.

leftcenterrightdel
ວາລະໄຂສະພາສັນຕິພາບກ່ຽວກັບເຂດ ກາຊາ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ສະໜັບສະໜູນບັນດາມາດຕະການແກ້ໄຂລະອຽດແນໃສ່ຢຸດຕິການປະທະກັນ, ສ້າງສັນຕິພາບ, ຄວາມໝັ້ນຄົງ, ກໍ່ສ້າງຟຶ້ນຟູຄືນໃໝ່, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດ ກາຊາ ແລະປະຕິບັດວິວັດທະນາການການເມືອງທີ່ຮອບດ້ານ, ເໝາະສົມກັບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.

ພ້ອມທັງ, ເພື່ອຮັບປະກັນສັນຕິພາບແບບຍືນຍົງ ແລະຕອບສະໜອງສິດຂອງປະຊາຊົນຢູ່ເຂດ ກາຊາ, ຫວຽດນາມ ປາດຖະໜາຢາກໃຫ້ມາດຕະການຜັນຂະຫຍາຍຕ້ອງຮັບປະກັນການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ, ພິເສດແມ່ນອຳນາດການປົກຄອງ ປາແລັດສະຕິນ.

ໂດຍ: ທູຈາງ