ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປຢ້ຽມຢາມ, ອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ ແລະຄົນຈັບຢູ່ບັນດາໂຮງໝໍ
ກປ.ອອນໄລ - ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ໄດ້ໄປອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ, ຄົນຈັບ ແລະກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດຢູ່ໂຮງໝໍ ແບັກມາຍ ແລະ ໂຮງໝໍມິດຕະພາບ ຫວຽດດຶກ.
ຕອນເຊົ້າວັນທີ 16 ກຸມພາ (ກົງກັບວັນທີ 29 ບຸນເຕັດ), ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດບຸນເຕັດປີມະເມຍ 2026, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ໄດ້ໄປອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ, ຄົນຈັບ ແລະກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດຢູ່ໂຮງໝໍ ແບັກມາຍ ແລະໂຮງໝໍມິດຕະພາບ ຫວຽດດຶກ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ຢາມຖາມຂ່າວບັນດາຄົນເຈັບ ຢູ່ໂຮງໝໍ ແບັກມາຍ. ພາບ: vov |
ຢູ່ໂຮງໝໍ ແບັກມາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ຢາມຖາມຂ່າວບັນດາຄົນເຈັບ, ລະດົມກຳລັງໃຈບັນດາທ່ານໝໍ, ແພດໝໍທີ່ໄດ້ມານະພະຍາຍາມປິ່ນປົວໃຫ້ຄົນເຈັບ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ໂຮງໝໍ ແບັກມາຍ ຜັນຂະຫຍາຍມະຕິເລກທີ 72 ຂອງກົມການເມືອງກ່ຽວກັບມາດຕະການແກ້ໄຂບຸກທະລຸ, ເພີ່ມທະວີການເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນຢ່າງດີ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ທ່ານໝໍ, ແພດໝໍ, ຄົນເຈັບ ແລະກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດປີມະເມຍຢູ່ໂຮງໝໍມິດຕະພາບ ຫວຽດດຶກ.
“ທ່ານໝໍຄືຜູ້ເປັນແມ່. ຂ້າພະເຈົ້າສະເໜີ, ທິດນຳຂອງໂຮງໝໍ: ສາມັກຄີເປັນຈິດໜຶ່ງໃຈດຽວ, ພູມປັນຍາເຕົ້າໂຮມ, ຈັນຍາບັນແຜ່ກະຈາຍ, ໂຮງໝໍຍົກລະດັບ, ຂະແໜງສາທາລະນະສຸກພັດທະນາ, ໂລກລະບາດຖືກຍູ້ໃຫ້ຖ້ອຍຫຼັງ, ປະຊາຊົນໄດ້ຮັບຊົມໃຊ້ຜົນປະໂຫຍດຂອງຂະແໜງສາທາລະນະສຸກ”.
ໂດຍ: ກວຽດເຕິມ