ສາມນາຍົກລັດຖະມົນຕີ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາທີ່ແຂງແຮງ, ມີເນື້ອແທ້ຂອງການຮ່ວມມືລະຫວ່າງສາມປະເທດໃນໄລຍະຜ່ານມາ, ປະກອບສ່ວນປັບປຸງ ແລະຮັດແໜ້ນກວ່າອີກການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ກຳປູເຈຍ-ລາວ; ເນັ້ນໜັກເຖິງຄວາມສຳຄັນທາງຍຸດທະສາດຂອງອາລົມຈິດສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະຄວາມສາມັກຄີລະຫວ່າງສາມປະເທດ; ເຫັນດີສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ການຝຶກອົບຮົມຊາວໜຸ່ມ, ຜູ້ນຳໜຸ່ມ ແລະຍູ້ແຮງການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນຄົນ, ໂດຍສະເພາະຮຸ່ນໜຸ່ມກ່ຽວກັບຄວາມໝາຍທາງປະຫວັດສາດ ແລະຄຸນຄ່າອັນໃຫຍ່ຫຼວງຂອງສາຍພົວພັນຮ່ວມມືລະຫວ່າງສາມປະເທດ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ.

ສາມນາຍົກລັດຖະມົນຕີ ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີການປະສານສົມທົບໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ສ້າງສາ ແລະພັດທະນາປະເທດ; ຮັກສາການພົບປະໃນລະດັບສູງເປັນປະຈຳ ໃນທຸກຊ່ອງທາງ; ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ, ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດຈອນກັນ ແລະເພີ່ມທະວີການພົບປະແລກປ່ຽນປະຊາຊົນ; ເຫັນດີຜັນຂະຫຍາຍປະຕິບັດກົນໄກ ແລະຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິພາບ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ການປະສານສົມທົບຢ່າງໜັກແໜ້ນລະຫວ່າງບັນດາກະຊວງ, ຂະແໜງການຕ່າງໆ.

ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນາຍົກລັດຖະມົນຕີ ທັງສາມປະເທດ ໄດ້ເຫັນດີເພີ່ມທະວີການຮ່ວມມື, ສົມທົບກັນປົກປັກຮັກສາຄວາມໝັ້ນຄົງຊາຍແດນ, ປ້ອງກັນ ແລະຕ້ານອາຊະຍາກຳຂ້າມຊາດເຊັ່ນ: ຢາເສບຕິດ, ການຄ້າມະນຸດ, ການຟອກເງິນ; ຢຶດໝັ້ນຫຼັກການບໍ່ອະນຸຍາດ ບໍ່ວ່າບຸກຄົນ ຫຼືກໍາລັງໃດນໍາໃຊ້ຜືນແຜ່ນດິນຂອງປະເທດຕົນ ເພື່ອທຳລາຍຄວາມໝັ້ນຄົງຂອງປະເທດອື່ນ, ຮ່ວມກັນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ...

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ທີ່ການພົບປະນາຍົກລັດຖະມົນຕີສາມປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສາມນາຍົກລັດຖະມົນຕີ ໄດ້ເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງສາມປະເທດ ໃນເວທີພາກພື້ນ ແລະສາກົນ; ຮ່ວມແຮງຮ່ວມໃຈພ້ອມກັບສະມາຊິກອື່ນ ເພື່ອສ້າງປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະຢັ້ງຢືນບົດບາດໃຈກາງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຊຸກຍູ້ການຮ່ວມມື ແລະພັດທະນາຢູ່ພາກພື້ນ.

ນາຍົກລັດຖະມົນຕີທັງສາມປະເທດ ຍັງໄດ້ເຫັນດີສືບຕໍ່ສົມທົບຢ່າງແໜ້ນແຟ້ນໃນການປັບປຸງ ແລະສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດແມ່ນ້ຳຂອງ, ໂດຍສຸມໃສ່ສະຫງວນແຫຼ່ງກໍາລັງໃຫ້ແກ່ການພັດທະນາ, ຮັບມືກັບສິ່ງທ້າທາຍແບບໃໝ່ ແລະຄວາມສ່ຽງທີ່ຊ້ອນແຝງອື່ນໆ, ພ້ອມທັງຮັກສາການຮ່ວມມືລະຫວ່າງບັນດາປະເທດແມ່ນ້ຳຂອງກັບຄູ່ຮ່ວມພັດທະນາ.

ໂດຍ: ໄຊຊະນະ