ປະທານປະເທດ ເລືອງເກື່ອງ ຕ້ອນຮັບທູດ ອິນໂດເນເຊຍ ແລະຟີລິບປິນ ເຂົ້າຍື່ນສານຕາຕັ້ງ
ກປ.ອອນໄລ - ຕອນບ່າຍວັນທີ 6 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ແລະຟີລິບປິນ ເນື່ອງໃນໂອກາດເຂົ້າຢື່ນສານຕາຕັ້ງ ຮັບໜ້າທີ່ການທູດຢູ່ຫວຽດນາມ.
ຊົມເຊີຍທ່ານ Adam Mulawarman Tugio ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ, ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະອິນໂດເນເຊຍ ພວມພັດທະນາຢ່າງແຂງແຮງ, ພິເສດແມ່ນຂີດໝາຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະສອງປະເທດ ຫາກໍ່ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ Adam Mulawarman Tugio ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ. ພາບ: qdnd.vn |
ສະແດງຄວາມປິຕິຊົມຊື່ນເຂົ້າຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດ, ທ່ານ Adam Mulawarman Tugio ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ກໍ່ຄືສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.
ທ່ານປະທານປະເທດ ເຊື່ອໝັ້ນວ່າ ທ່ານ Adam Mulawarman Tugio ຈະມີການປະກອບສ່ວນຫຼາຍຢ່າງ ແນໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດ; ພ້ອມທັງຢືນຢັນວ່າ, ຝ່າຍຫວຽດນາມ ຈະເອົາໃຈໃສ່ ແລະສ້າງເງື່ອນໄຂເພື່ອທ່ານເອກອັກຄະລັດຖະທູດ ຜັນຂະຫຍາຍການເຄື່ອນໄຫວເຮັດໃຫ້ການພົວພັນ ຫວຽດນາມ-ອິນໂດເນເຊຍ ເລິກເຊິ່ງກວ່າອີກ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ. ພາບ: qdnd.vn |
* ຕ້ອນຮັບທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນປະຈໍາຫວຽດນາມ, ທ່ານ ເລືອງເກື່ອງ ເຊື່ອໝັ້ນວ່າ ດ້ວຍປະສົບການຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະເຮັດດີບົດບາດເປັນຂົວຕໍ່, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະຟີລິບປິນ ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນລວມຢູ່ພາກພື້ນ ແລະໃນໂລກ.
ສະແດງຄວາມເປັນກຽດທີ່ໄດ້ຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານ Francisco Noel R. Fernandez III ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສອງຝ່າຍທີ່ມີຢູ່ແລ້ວ ແລະປະກອບສ່ວນໃຫ້ແກ່ການເພີ່ມທະວີການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ກໍ່ຄືສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ