leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງນາຍົກລັດຖະມົນຕີ ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ໃນປີຜ່ານມາ, ລັດຖະບານສອງປະເທດ ໄດ້ປະຕິບັດຂໍ້ສະຫຼຸບຂອງກອງປະຊຸມພົບປະລະຫວ່າງສອງພັກ, ສາມພັກ (ເດືອນກຸມພາ ປີ 2025) ຢ່າງມີປະສິດທິພາບ, ສົມທົບກັນຜັນຂະຫຍາຍບັນດາແຜນການຮ່ວມມືດ້ວຍຈິດໃຈເປັນເຈົ້າການ, ຂ້ຽວຂາດ, ມີປະສິດທິພາບ ແລະບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ.

ບົນພື້ນຖານບັນດາໝາກຜົນບັນລຸໄດ້ ແລະຜົນກອງປະຊຸມພົບປະລະຫວ່າງສອງພັກ, ສາມພັກ, ສາມນາຍົກລັດຖະມົນຕີ ທີ່ຫາກໍ່ຈັດຂຶ້ນ, ສອງລັດຖະບານ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອນໍາການພົວພັນສອງປະເທດພັດທະນາຢ່າງແຂງແຮງ, ເອົາໃຈໃສ່ເພີ່ມທະວີການພົບປະລະດັບສູງ, ແລກປ່ຽນຄະນະຜູ້ແທນໃນທຸກລະດັບ, ທຸກຊ່ອງທາງ, ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີໃນປັດຈຸບັນ; ປັບປຸງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ປະຕິບັດຢ່າງສະເໝີຕົ້ນສະເໝີປາຍຫຼັກການບໍ່ໃຫ້ອິດທິກໍາລັງປໍລະປັກ ນໍາໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອຕ້ານປະເທດອື່ນ; ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປ້ອງກັນ ແລະຕ້ານອາດຊະຍາກໍາຂ້າມຊາຍແດນ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພົບປະກັບທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ສໍານັກຂ່າວ ສານຫວຽດນາມ.

ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາເສັ້ນຊາຍແດນສອງປະເທດ ແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ, ສອງນາຍົກລັດຖະມົນຕີ ຢັ້ງຢືນສືບຕໍ່ສົມທົບກັນແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ຢ່າງສົມເຫດສົມຜົນ ແລະທັນການ, ໃນນັ້ນມີການປົກປັກຮັກສາສະພາບແວດລ້ອມຢູ່ເຂດຊາຍແດນໃຫ້ຍືນຍົງ; ຊຸກຍູ້ການເຈລະຈາ, ແກ້ໄຂປະມານ 16% ເສັ້ນຊາຍແດນທີ່ຍັງບໍ່ທັນສໍາເລັດການຂີດເສັ້ນປັກຫຼັກໝາຍຊາຍແດນ, ສົມທົບກັນຄຸ້ມຄອງຊາຍແດນທາງບົກ ແລະທາງນໍ້າ ດ້ວຍຈິດໃຈເຂົ້າໃຈ ແລະເຄົາລົບເຊິ່ງກັນແລະກັນ ແລະສອດຄ່ອງກັບກົດໝາຍສາກົນ.

leftcenterrightdel
ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກໍາປູເຈຍ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍຢັ້ງຢືນຄືນໃໝ່ການຕັດສິນໃຈສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະສາມັກຄີສະໜິດຕິດພັນລະຫວ່າງຫວຽດນາມ ແລະກໍາປູເຈຍ, ຖືນີ້ແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ, ພ້ອມທັງໃຫ້ຄໍາໝັ້ນສັນຍາສືບທອດ ແລະພັດທະນາການພົວພັນທີ່ດີງາມນີ້ໃຫ້ແກ່ຄົນຮຸ່ນຫຼັງ, ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງພາກພື້ນ.

ໂດຍ: ໄຊຊະນະ