ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດທີ່ພະລາຊະວັງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະກັບທ່ານ Samdech Techo Hun Sen.

ທີ່ການພົບປະ, ທ່ານ Samdech Techo Hun Sen ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ເລື່ອງທ່ານ ໂຕເລິມ ເລຂາທິການໃຫຍ່ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມທາງລັດຖະກິດກຳປູເຈຍ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ພ້ອມດ້ວຍຄະນະສະແດງໃຫ້ເຫັນການເຄົາລົບນັບຖືຂອງພັກກອມມູນິດຫວຽດນາມ ແລະການນຳຂອງຫວຽດນາມ ຕໍ່ກັບສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ.

ທ່ານ Samdech Techo Hun Sen ຢືນຢັນວ່າ: ກຳປູເຈຍ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກປັບປຸງສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານຢ່າງບໍ່ຢຸດຢັ້ງ. ທ່ານ Samdech Techo Hun Sen ຕີລາຄາສູງການພັດທະນາ, ເປັນຕົ້ນແມ່ນທາງດ້ານເສດຖະກິດ-ສັງຄົມຂອງຫວຽດນາມ; ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການເປີດປະຕູຕະຫຼາດເພື່ອເຊື່ອມຈອດສອງພື້ນຖານເສດຖະກິດໃຫ້ຫຼາຍກວ່າອີກ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນກັບທ່ານ Samdech Techo Hun Sen ກ່ຽວກັບສະພາບການຢູ່ຫວຽດນາມ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ: ໝາກຜົນຂອງຫວຽດນາມ ແມ່ນມີການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ພິເສດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີກຳປູເຈຍ; ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນຕໍ່ກັບການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພະບາດສົມເດັດພະບໍລົມມະນຽດທີ່ໄດ້ເຖິງແກ່ມໍລະນະກໍາແລ້ວ Norodom Sihanouk, ພະຣາຊີນີ Norodom Monineath Sihanouk, ພະບາດ ສົມເດັດ ພະບໍລົມມະນຽດ Norodom Sihamoni ພ້ອມກັບການນໍາ ແລະປະຊາຊົນກຳປູເຈຍລຸ້ນຕ່າງໆທີ່ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ເພື່ອຍາດເອົາເອກະລາດໃນເມື່ອກ່ອນ ແລະໃນການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບເປົ້າໝາຍ, ທິດທາງການພັດທະນາເພື່ອໃຫ້ແຕ່ລະປະເທດ ແລະ 3 ປະເທດຫວຽດນາມ, ກຳປູເຈຍ, ລາວ ສົມທົບກັນ ແລະພັດທະນາ.

ໂດຍ: ທູຈາງ