ທີ່ກອງປະຊຸມພົບປະ, ທ່ານ ໂຕເລິມ ເລຂາທິການໃຫຍ່ ສະແດງຄວາມປິຕິຊົມຊື່ນທີ່ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ຢ້ຽມຢາມທາງລັດຖະກິດກໍາປູເຈຍ ແລະເປັນປະທານຮ່ວມກອງປະຊຸມພົບປະລະຫວ່າງສອງພັກ ແລະກອງປະຊຸມພົບປະຜູ້ນໍາສູງສຸດສາມພັກ ຫວຽດນາມ-ກໍາປູເຈຍ-ລາວ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ສະແດງໃຫ້ເຫັນນະໂຍບາຍການພົວພັນຕ່າງປະເທດຂອງພັກ, ລັດຫວຽດນາມ ແມ່ນຖືເປັນສໍາຄັນພິເສດການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ, ຄື: ກໍາປູເຈຍ ແລະລາວ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ຮຸນແຊນ ປະທານພັກປະຊາຊົນ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ຕີລາຄາສູງບັນດາຜົນງານອັນສໍາຄັນ, ຮອບດ້ານ ເຊິ່ງ ກໍາປູເຈຍ ບັນລຸໄດ້ພາຍໃຕ້ການນໍາພາຂອງ CPP ໂດຍ ທ່ານປະທານ ຮຸນແຊນ ເປັນຜູ້ນໍາໜ້າ ແລະການບໍລິຫານຂອງລັດຖະບານໂດຍທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີ ເປັນຜູ້ນໍາພາ; ເຊື່ອໝັ້ນວ່າ ກໍາປູເຈຍ ຈະສືບຕໍ່ປະຕິບັດຍຸດທະສາດຫ້າແຈ ໄລຍະ I ຢ່າງມີໄຊ, ນໍາ ກໍາປູເຈຍ ກາຍເປັນປະເທດ ມີລາຍຮັບປານກາງສູງ ໃນປີ 2030 ແລະລາຍຮັບສູງໃນປີ 2050.

ສ່ວນທ່ານ ຮຸນແຊນ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັກສາສັນຕິພາບ ແລະພັດທະນາປະເທດໃນທຸກຂົງເຂດ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ພື້ນຖານເສດຖະກິດ ແລະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ, ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດພາຍຫຼັງບັນດາເຫດການການເມືອງທີ່ສໍາຄັນ; ຕີລາຄາສູງຕໍ່ການພັດທະນາອັນດີງາມຂອງການພົວພັນລະຫວ່າງສອງພັກ, ສອງປະເທດໃນໄລຍະຜ່ານມາ; ເນັ້ນໜັກເຖິງການພົວພັນສອງພັກ ແມ່ນພື້ນຖານເພື່ອກໍານົດທິດທາງໃຫ້ແກ່ການພົວພັນ ຫວຽດນາມ-ກໍາປູເຈຍ; ຢັ້ງຢືນວ່າ ກອງປະຊຸມພົບປະລະຫວ່າງສອງພັກ ມີຄວາມໝາຍສໍາຄັນ, ສ້າງພື້ນຖານດ້ານການເມືອງອັນໜັກແໜ້ນ, ກໍານົດທິດທາງໃຫ້ແກ່ການພົວພັນ ແລະແກ້ໄຂບາງບັນຫາລະອຽດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ຮຸນແຊນ ປະທານພັກປະຊາຊົນ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນສອງພັກ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍຖືວ່າ ສະພາບການໂລກ ແລະພາກພື້ນ ພວມຜັນແປຢ່າງວ່ອງໄວ, ສັບສົນ, ຄາດເດົາໄດ້ຍາກ, ສົ່ງຜົນກະທົບເຖິງບັນດາປະເທດ ໃນນັ້ນມີ ຫວຽດນາມ ແລະກໍາປູເຈຍ, ຮຽກຮ້ອງໃຫ້ສອງພັກ, ສອງປະເທດ ຕ້ອງຮ່ວມກັນເພີ່ມທະວີຄວາມສາມັກຄີ, ປະສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນ. ຄຽງຂ້າງນັ້ນ, ເລື່ອງປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງສາມພັກ, ສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ທັງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ທັງແມ່ນປັດໄຈຫຼັກແຫຼ່ງ, ຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມືຮອບດ້ານ, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະຝ່າຍ.

ສອງຝ່າຍເຫັນດີປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງອັນໜັກແໜ້ນ, ຮັກສາເປັນປະຈໍາ, ມີເນື້ອແທ້ ແລະມີປະສິດທິຜົນບັນດາການຢ້ຽມຢາມ, ພົບປະ ແລະແລກປ່ຽນຄະນະຜູ້ແທນທຸກລະດັບ, ໂດຍສະເພາະແມ່ນລະດັບສູງ ແລະບັນດາຊ່ອງທາງພັກ, ລັດ; ປັບປຸງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບຢ່າງແໜ້ນແຟ້ນໃນວຽກງານປ້ອງກັນ ແລະຕ້ານອາດຊະຍາກໍາຂ້າມຊາດ, ໂດຍສະເພາະແມ່ນອາດຊະຍາກໍາທາງໄຊເບີ.

leftcenterrightdel
ພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ ແລະໜູນຊ່ວຍເຊິ່ງກັນ ແລະກັນທີ່ເວທີພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດອາຊຽນ ແລະອະນຸພາກພື້ນແມ່ນໍ້າຂອງ; ເພີ່ມທະວີການຮ່ວມມືໃນການນໍາໃຊ້ຊັບພະຍາກອນນໍ້າຢ່າງຍືນຍົງຍາວນານ ແລະມີປະສິດທິພາບ - ມຸ່ງໄປເຖິງການພັດທະນາແບບຍືນຍົງ, ພິເສດແມ່ນການຮັບມື ແລະຫຼຸດຜ່ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດຕໍ່ກັບຊັບພະຍາກອນນໍ້າແມ່ນໍ້າຂອງ.

ເນື່ອງໃນໂອກາດນີ້, ການນໍາສອງຝ່າຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບັນດາຂໍ້ຕົກລົງ, ເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດ.

ໂດຍ: ໄຊຊະນະ