leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່; ທ່ານ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ທີ່ກອງປະຊຸມພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂຕເລິມ ໄດ້ແບ່ງປັນກ່ຽວກັບສະພາບການຂອງຫວຽດນາມ ແລະໝາກຜົນອັນສໍາຄັນ, ມີລັກສະນະກໍານົດທິດຍຸດທະສາດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສໍາຄັນ ແລະບຸລິມະສິດປັບປຸງ, ພັດທະນາການພົວພັນສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ກໍາປູເຈຍ-ລາວ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຮຸນແຊນ ແລະທ່ານ ທອງລຸນ ສີສຸລິດ ຂອບໃຈທ່ານ ໂຕເລິມ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນງານໃນການພັດທະນາເສດຖະກິດ-ສັງຄົມ; ພິເສດແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV; ຕີລາຄາສູງແນວທາງປ່ຽນແປງໃໝ່ຮອບດ້ານ, ຈິນຕະນາການຍຸດທະສາດ ແລະຂີດຄວາມສາມາດນໍາພາຂອງພັກກອມມູນິດຫວຽດນາມ ໃນໄລຍະພັດທະນາໃໝ່; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂຕເລິມ ເປັນຜູ້ນໍາໜ້າ, ຫວຽດນາມ ຈະບັນລຸໄດ້ບັນດາໄຊຊະນະໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV, ມຸ່ງໄປເຖິງການບັນລຸເປົ້າໝາຍກາຍເປັນປະເທດພັດທະນາ ມີອຸດສາຫະກໍາທັນສະໄໝ, ລາຍຮັບປານກາງສູງ ໃນປີ 2030 ແລະກາຍເປັນປະເທດ ສັງຄົມນິຍົມພັດທະນາ, ມີລາຍຮັບສູງໃນປີ 2045.

leftcenterrightdel
ບັນຍາກາດທີ່ກອງປະຊຸມພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນສະຖານະການໂລກ ແລະພາກພື້ນຜັນແປຢ່າງສັບສົນ, ວ່ອງໄວ, ຄາດເດົາໄດ້ຍາກ, ການຕີລາຄາຜົນກະທົບທີ່ສະຫຼັບກັນຂອງການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອໍານາດ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ຜູ້ນໍາສູງສຸດຂອງສາມພັກ ໄດ້ເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີຄວາມສາມັກຄີ, ຮັກສາການປຶກສາຫາລືເປັນປົກກະຕິ ແລະປະສານສົມທົບຢ່າງແໜ້ນແຟ້ນ ເພື່ອປົກປ້ອງຜົນປະໂຫຍດອັນຊອບທໍາຂອງແຕ່ລະປະເທດ, ພ້ອມທັງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສຸມໃສ່ການພັດທະນາ.

ຜູ້ນໍາສູງສຸດຂອງສາມພັກ ໄດ້ເຫັນດີຍູ້ແຮງກວ່າອີກບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືທີ່ແທດຈິງ, ມີປະສິດທິພາບ; ເພີ່ມທະວີວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ແກ່ປະຊາຊົນທຸກຊັ້ນຄົນ, ໂດຍສະເພາະແມ່ນຮຸ່ນໜຸ່ມສາມປະເທດ ກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສາມປະເທດ; ສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານຂອງອົງການຈັດຕັ້ງມະຫາຊົນ, ສະມາຄົມມິດຕະພາບ ແລະບັນດາທ້ອງຖິ່ນຊາຍແດນລະຫວ່າງສາມປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່; ທ່ານ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ພ້ອມດ້ວຍການນໍາຫຼັກແຫຼ່ງ, ການນໍາຂັ້ນສູງຂອງສາມພັກທີ່ກອງປະຊຸມພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ສາມຝ່າຍ ໄດ້ແລກປ່ຽນບັນດາບັນຫາສາກົນ ແລະພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ກອງປະຊຸມພົບປະລະຫວ່າງສາມພັກ ບັນລຸໄດ້ໝາກຜົນອັນດີງາມ, ແລກປ່ຽນທຸກຂົງເຂດໃນສາມພັກ, ສາມປະເທດ ແລະອີກເທື່ອໜຶ່ງຢັ້ງຢືນວ່າການພົວພັນລະຫວ່າງສາມພັກ, ສາມປະເທດ ແລະປະຊາຊົນສາມປະເທດ ມີຄວາມໝາຍຍຸດທະສາດ, ຍືນຍົງຍາວນານ. ສິ້ນສຸດກອງປະຊຸມພົບປະ, ຜູ້ນໍາສາມປະເທດ ໄດ້ເຫັນດີເປັນເອກະພາບກັນຈັດຕັ້ງກອງປະຊຸມພົບປະຜູ້ນໍາສູງສຸດຂອງສາມພັກ ຄັ້ງທີ 5 ປີ 2027 ຢູ່ ສປປ ລາວ.

ໂດຍ: ໄຊຊະນະ