ທ່ານເລຂາທິການໃຫຍ່ ໂຕເລິມ ເລີ່ມຢ້ຽມຢາມທາງລັດຖະກິດລາຊະອານາຈັກກໍາປູເຈຍ
ກປ.ອອນໄລ - ຕອນເຊົ້າວັນທີ 6 ກຸມພາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດສະໜາມບິນສາກົນ Techo ຢູ່ນະຄອນຫຼວງພະນົມເປັນ (ກໍາປູເຈຍ), ເລີ່ມຢ້ຽມຢາມທາງລັດຖະກິດກໍາປູເຈຍ, ຕາມຄໍາເຊື້ອເຊີນຂອງພະບາດ ສົມເດັດ ພະບໍລົມມະນຽດ ມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni.
ການຢ້ຽມຢາມຄັ້ງນີ້ລວມມີບັນດາກິດຈະກຳສໍາຄັນ, ໃນນັ້ນທ່ານ ໂຕເລິມ ຈະເປັນປະທານຮ່ວມການພົບປະຂ້ັນສູງລະຫວ່າງກົມການເມືອງສູນກາງພັກກອມມູນິດຫວຽດນາມ ແລະຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ; ເປັນປະທານການພົບປະຜູ້ນໍາສາມພັກຫວຽດນາມ-ກໍາປູເຈຍ-ລາວ ຢູ່ກໍາປູເຈຍ, ຕາມຄໍາເຊີນຂອງທ່ານ Samdech Akka Moha Sena Padei Techo Hun Sen ປະທານພັກປະຊາຊົນກໍາປູເຈຍ.
    |
 |
|
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດຫວຽນາມ ຢູ່ສະໜາມບິນສາກົນ Techo. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
|
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດຫວຽນາມ ຢູ່ສະໜາມບິນສາກົນ Techo. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ເລີ່ມຢ້ຽມຢາມທາງລັດຖະກິດລາຊະອານາຈັກກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ |
ເຂົ້າຮ່ວມຄະນະຍັງມີທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະທ່ານ ເຈິ່ນແທງເໝີ໊ນ ປະທານສະພາແຫ່ງຊາດ. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສໍາຄັນ, ແມ່ນໂອກາດເພື່ອໃຫ້ການນໍາຂັ້ນສູງຂອງສອງປະເທດເພີ່ມທະວີການແລກປ່ຽນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພ້ອມທັງຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃຫ້ມີປະສິດທິຜົນ.
ການຢ້ຽມຢາມຄັ້ງນີ້ກໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ເລິກເຊິ່ງກວ່າເກົ່າ, ຜ່ານນັ້ນສ້າງກໍາລັງຜັກດັນເພື່ອນໍາການພົວພັນຫວຽດນາມ-ກໍາປູເຈຍ ພັດທະນາຂຶ້ນສູ່ລະດັບສູງໃໝ່, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະພາບການສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ.
ໂດຍ: ໄຊນີດາ