ໃນຂອບເຂດການຢ້ຽມຢາມທາງລັດຖະກິດລາວ, ຕອນເຊົ້າວັນທີ 5 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບບັນດາແຂວງ, ນະຄອນຂອງລາວ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈັດຂຶ້ນແຕ່ວັນທີ 19 – 23 ມັງກອນ ຢູ່ ຮ່າໂນ້ຍ ໄດ້ສຳເລັດຢ່າງຈົບງາມ, ເປັນຂີດໝາຍສຳຄັນໃນປະຫວັດສາດ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ກໍຄືໃນກະແສປະຫວັດສາດແຫ່ງອະລິຍະທຳນັບພັນປີຂອງຊາດຫວຽດນາມ. ທີ່ກອງປະຊຸມສູນກາງພັກຄັ້ງທີ 1, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຈັດກອງປະຊຸມ ແລະເລືອກຕັ້ງກົມການເມືອງ, ຄະນະເລຂາທິການສູນກາງພັກ, ເລຂາທິການໃຫຍ່, ພ້ອມກັນນັ້ນ ກໍ່ເລືອກຕັ້ງ ແລະບູລະນະສ້າງບັນດາອົງການນຳພາສຳຄັນຂອງພັກໃຫ້ສົມບູນແບບ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຢ່າງໃຫຍ່ຫຼວງກວ່າອີກໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ ເພື່ອບັນລຸໄດ້ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ