ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງແນວລາວສ້າງຊາດ ແລະສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ ແລະພວມສວມບົດບາດສໍາຄັນໃນການເຕົ້າໂຮມ,  ລະດົມປະຊາຊົນລາວ ທຸກຊັ້ນຄົນ, ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນເຂົ້າໃນການສ້າງສາ ແລະປົກປັກຮັກສາປະເທດລາວ ສັງຄົມນິຍົມ; ພ້ອມທັງເປັນຂົວເຊື່ອມຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະເໜີໃຫ້ສືບຕໍ່ປັບປຸງ ແລະເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະແນວລາວສ້າງຊາດ, ລະຫວ່າງສອງຄະນະກຳມະການສູນກາງຂອງສະມາຄົມມິດຕະພາບຂອງສອງປະເທດ. ສອງຝ່າຍຕ້ອງແລກປ່ຽນປະສົບການເປັນປະຈຳໃນວຽກງານຂົນຂວາຍມະຫາຊົນ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ເຂົ້າຮ່ວມໃນການລະດົມ, ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ວິສາຫະກິດ, ນັກທຸລະກິດຂອງສອງປະເທດ ເພື່ອເປີດກວ້າງການຮ່ວມມື, ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ສອງຝ່າຍຕັ້ງໜ້າຍູ້ແຮງການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ, ການຝຶກອົບຮົມ, ສາທາລະນະສຸກ ແລະສະຫວັດດີການສັງຄົມ; ສົມທົບກັນຈັດຕັ້ງໂຄງການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ ໄດ້ຂອບໃຈຄໍາເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຕີລາຄາ ແລະການກໍານົດທິດການເຄື່ອນໄຫວ, ຢືນຢັນວ່າ ນີ້ແມ່ນເນື້ອໃນທີ່ສຳຄັນເພື່ອໃຫ້ແນວລາວສ້າງຊາດ ແລະແນວໂຮມປະເທດຊາດຫວຽດນາມ ຍົກສູງປະສິດທິຜົນຂອງການເຄື່ອນໄຫວ ແລະວຽກງານສົມທົບກັນໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ