ໂດຍໄດ້ຮັບການມອບສິດຈາກພະບາດ ສົມເດັດ ພະບໍລົມມະນຽດ ມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni, ທ່ານ Samdech Akka Moha Sena Padei Techo Hun Sen ປະທານພັກປະຊາຊົນກໍາປູເຈຍ ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Samdech Akka Moha Sena Padei Techo Hun Sen ປະທານພັກປະຊາຊົນກໍາປູເຈຍ ກວດແຖວກຽດຕິຍົດກອງທັບລາດຊະວົງກໍາປູເຈຍ. ພາບ:  ສໍານັກຂ່າວສານຫວຽດນາມ

leftcenterrightdel
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຈັດຕັ້ງຢ່າງສົມກຽດຢູ່ພະລາຊະວັງຢູ່ນະຄອນຫຼວງພະນົມເປັນ. ພາບ:  ສໍານັກຂ່າວສານຫວຽດນາມ

ໃນໄລຍະຜ່ານມາ, ການພົວພັນຫວຽດນາມ-ກໍາປູເຈຍ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ ແລະແທດຈິງຫຼາຍຢ່າງ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ, ສ້າງພື້ນຖານໝັ້ນແກ່ນເພື່ອກໍານົດທິດລວມໃຫ້ການຮ່ວມມືໃນຂົງເຂດຕ່າງໆ. ການນໍາສອງປະເທດຢ້ຽມຢາມກັນ ແລະມີການພົບປະ, ແລກປ່ຽນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະວາງອອກທິດທາງແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມື, ຍົກສູງການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ.

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນມີບາດກ້າວພັດທະນາຢ່າງແທດຈິງ. ຜ່ານການເຄື່ອນໄຫວສຶກສາ, ພົບປະແລກປ່ຽນວັດທະນະທໍາ, ການແຮກສ່ຽວທ້ອງຖ່ິນ, ຄວາມເຂົ້າໃຈ ແລະອາລົມຈິດທີ່ສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ, ໂດຍສະເພາະແມ່ນລຸ້ນລຸ່ມ, ນັບມື້ນັບເພີ່ມທະວີ ແລະກາຍເປັນພື້ນຖານທີ່ໝັ້ນແກ່ນໃຫ້ນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ແລະກໍາປູເຈຍ...

ການຢ້ຽມຢາມຄັ້ງນີ້ມີຄວາມໝາຍການເມືອງພິເສດ, ສະແດງອອກສານຂອງພັກ ແລະລັດຫວຽດນາມ, ກໍ່ຄືຂອງທ່ານເລຂາທິການໃຫຍ່ ໂຕເລິມ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດແຖວໜ້າການພັດທະນາ, ເພີ່ມພູນຄູນສ້າງສາຍພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງອັນຍາວນານລະຫວ່າງສອງປະເທດ.

ໂດຍ: ໄຊນີດາ