ຫວຽດນາມ-ເວເນຊູເອລາ ເປີດກວ້າງການພົວພັນຄູ່ຮ່ວມມືຮອບດ້ານ
ກປ.ອອນໄລ - ຕອນຄ່ຳວັນທີ 30 ມັງກອນ, ທີ່ສຳນັກງານກະຊວງການຕ່າງປະເທດ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Yván Gil Pinto ລັດຖະມົນຕີກະຊວງການຕ່າງປະເທດເວເນຊູເອລາ.
ທີ່ການໂອ້ລົມທາງໂທລະສັບ, ທ່ານ Yván Gil Pinto ຢືນຢັນວ່າ ລັດຖະບານເວເນຊູເອລາ ແລະພັກສັງຄົມນິຍົມເວເນຊູເອລາ (PSUV) ຖືເປັນສາໍາຄັນຄວາມສາມັກຄີ ແລະການຮ່ວມມືກັບຫວຽດນາມ; ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຮັດແໜ້ນ ແລະເປີດກວ້າງການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງເວເນຊູເອລາ ກັບຫວຽດນາມ ໃນສະພາບການໃໝ່.
ເນື່ອງໃນໂອກາດນີ້, ທ່ານ ເລຮ່ວາຍຈູງ ໄດ້ແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ເນັ້ນໜັກວ່າ ຫວຽດນາມ ພວມຕິດຕາມສະພາບການ ແລະແບ່ງປັນກັບສິ່ງທ້າທາຍທີ່ຊາວເວເນຊູເອລາ ພວມປະເຊີນໜ້າ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອກັບພັກ PSUV, ລັດຖະບານ ແລະ ປະຊາຊົນເວເນຊູເອລາ, ພ້ອມທັງຢືນຢັນວ່າ ພັກ, ລັດ, ປະຊາຊົນຫວຽດນາມ ປາດຖະໜາຢາກປັບປຸງ ແລະຮັດແໜ້ນສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ, ຊຸກຍູ້ການພົວພັນ ຫວຽດນາມ - ເວເນຊູເອລາ ໃຫ້ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ.
    |
 |
|
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການຂອງແຕ່ລະພັກ ແລະ ແຕ່ລະປະເທດໃນໄລຍະມໍ່ໆມານີ້; ເຫັນດີຈະສົມທົບກັນຟື້ນຟູ ແລະຮັກສາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ກ່ອນອື່ນໝົດແມ່ນກອງປະຊຸມ ຄັ້ງທີ 4 ຂອງຄະນະກຳມະການລະຫວ່າງລັດຖະບານ ແລະກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ; ພ້ອມກັນກວດກາຄືນບັນດາຂໍ້ຕົກລົງ, ໂຄງການຮ່ວມມືທີ່ໄດ້ລົງນາມ, ກໍຄືບັນດາຂໍ້ລິເລີ່ມ ແລະ ໂຄງການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເໝາະສົມກັບທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຂອງສອງຝ່າຍ, ເພື່ອສ້າງໂຄງການດໍາເນີນງານໃໝ່ລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ.
ໂດຍ: ທູຈາງ