ໃນບັນຍາກາດທີ່ເຕັມໄປດ້ວຍຖານສະຫາຍ, ອ້າຍນ້ອງ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ເລື່ອງການນໍາຂັ້ນສູງກູບາ ສົ່ງທູດພິເສດຂັ້ນສູງມາຢ້ຽມຢາມຫວຽດນາມ ໃນໂອກາດນີ້ສະແດງໃຫ້ເຫັນການຖືເປັນສໍາຄັນພິເສດ, ອາລົມຈິດທີ່ສະໜິດຕິດພັນ, ສັດຊື່ບໍລິສຸດ, ໃສແຈ້ງ ແລະເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດກູບາ, ລັດແຫ່ງ ສາທາລະນະລັດ ກູບາ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ແຈ້ງໃຫ້ທ່ານ Bruno Rodríguez Parrilla ຊາບກ່ຽວກັບໝາກຜົນກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານ ໂຕເລິມ ເນັ້ນໜັກວ່າ ກອງປະຊຸມໃຫຍ່ ບໍ່ພຽງແຕ່ສະຫຼຸບໄລຍະທາງທີ່ຜ່ານມາ ເທົ່ານັ້ນ ຫາກຍັງວາງອອກແນວທາງຍຸດທະສາດໃຫ້ແກ່ປະເທດຮອດປີ 2030, ວິໄສທັດຮອດປີ 2045 ອີກດ້ວຍ. ໃນການກໍານົດທິດທາງການພົວພັນຕ່າງປະເທດນັ້ນ, ການພົວພັນກັບບັນດາປະເທດທີ່ເປັນມູນເຊື້ອ, ພິເສດແມ່ນກູບາ, ຍາມໃດກໍຮັກສາທີ່ຕັ້ງບຸລິມະສິດແຖວໜ້າ. ແບ່ງປັນກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ທີ່ ກູບາ ພວມປະເຊີນໜ້າ ຍ້ອນຜົນກະທົບຂອງການປິດລ້ອມ, ຂວໍ້າບາດ ແລະໄພທໍາມະຊາດ, ທ່ານເລຂາທິການໃຫຍ່ ຢໍ້າຄືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແມ່ນຍາມໃດກໍສາມັກຄີ, ສະໜັບສະໜູນ ແລະຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນກູບາ ອ້າຍນ້ອງ ແລະຮຽກຮ້ອງໃຫ້ຍົກເລີກການປິດລ້ອມ, ຂວໍ້າບາດພຽງລໍາພັງຝ່າຍດຽວຕໍ່ກັບກູບາ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ປະຊາຊົນຫວຽດນາມ ຈະບໍ່ຫຼົງລືມຄຳເວົ້າອະມະຕະຂອງຜູ້ນຳ Fidel Castro ທີ່ວ່າ: “ເພື່ອຫວຽດນາມ, ກູບາ ຍອມເສຍສະຫຼະເລືອດເນື້ອຂອງຕົນ” ແລະໃນປັດຈຸບັນນີ້, ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ຫວຽດນາມ ກໍໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍກູບາ ໃນຄວາມສາມາດເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະພັດທະນາປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Bruno Rodríguez Parrilla ເນັ້ນໜັກວ່າ ພັກກອມມູນິດກູບາ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່ ແລະເຊື່ອໝັ້ນຢ່າງໜັກແໜ້ນວ່າ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຈະເປັນ “ເຂັມທິດເຍືອງທາງ” ນໍາຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່-ສັງກາດບືນຕົວຂຶ້ນຂອງຊາດ, ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ຢ່າງມີໄຊ, ກ້າວຂຶ້ນສັງຄົມນິຍົມ ຢ່າງໝັ້ນຄົງ. ທ່ານ Bruno Rodríguez Parrilla ຢືນຢັນທັດສະນະຂອງພັກ, ລັດກູບາ ທີ່ວ່າ: “ຜົນສໍາເລັດຂອງຫວຽດນາມ ກໍແມ່ນຜົນສໍາເລັດຂອງກູບາ. ບັນດາບົດຮຽນປະສົບການກ່ຽວກັບການກໍ່ສ້າງພັກ ແລະພັດທະນາເສດຖະກິດຂອງຫວຽດນາມ ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງ, ເປັນແບບຢ່າງເພື່ອທາບທາມທີ່ສອດຄ່ອງທີ່ສຸດໃຫ້ແກ່ການປະຕິວັດກູບາ”.

ທີ່ການຕ້ອນຮັບ, ສອງຝ່າຍ ໄດ້ແລກປ່ຽນ ແລະເປັນເອກະພາບສູງກ່ຽວກັບທິດທາງ, ມາດຕະການໃຫຍ່ ເພື່ອນໍາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ-ກູບາ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າໃນໄລຍະຈະມາເຖິງ, ສອດຄ່ອງກັບສະພາບການໃໝ່ຂອງແຕ່ລະປະເທດ ແລະສາກົນ.

ສອງຝ່າຍ ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຮັກສາເປັນປະຈໍາ, ມີຄວາມໄຫວພິບບັນດາກົນໄກຮ່ວມມື, ແລກປ່ຽນທິດສະດີ, ແບ່ງປັນບົດຮຽນຕົວຈິງກ່ຽວກັບວຽກງານກໍ່ສ້າງພັກ, ບໍາລຸງສ້າງພະນັກງານ ແລະການຄຸ້ມຄອງລັດ, ຖືນີ້ແມ່ນພື້ນຖານການເມືອງອັນສໍາຄັນ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງພັກ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຕ້ອງມີບັນດາບາດກ້າວບຸກທະລຸ ເພື່ອໃຫ້ສົມຄູ່ກັບການພົວພັນດ້ານການເມືອງອັນດີງາມ, ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນ ແລະຜັນຂະຫຍາຍບັນດາໂຄງການຮ່ວມມືກ່ຽວກັບເຂົ້າສານຢ່າງມີປະສິດທິຜົນ, ປະກອບສ່ວນຊ່ວຍໃຫ້ກູບາ ເປັນເຈົ້າຕົນເອງດ້ານສະບຽບອາຫານ, ທັນຍາຫານ ເທື່ອລະກ້າວ, ພ້ອມທັງສົ່ງເສີມ ແລະສ້າງເງື່ອນໄຂໃຫ້ແກ່ວິສາຫະກິດລົງທຶນ ຢູ່ກູບາ.

* ຕອນບ່າຍວັນທີ 2 ກຸມພາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດກູບາ, ລັດ ແຫ່ງ ສາທາລະນະລັດ ກູບາ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກູບາ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດກູບາ, ລັດແຫ່ງ ສາທາລະນະລັດກູບາ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ້ງ ຊົມເຊີຍ ແລະຕີລາຄາສູງການມາຢ້ຽມຢາມຂອງທູດພິເສດກູບາ ດໍາເນີນພາຍຫຼັງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ, ຮັກສາ ແລະຕັດສິນໃຈຮັດແໜ້ນກວ່າອີກການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ.

ແລກປ່ຽນກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງປະເທດໃນທຸກຂົງເຂດ. ທ່ານ ຟ້າມມິງຈີ້ງ ແລະ ທ່ານ Bruno Rodríguez Parrilla ເຫັນດີເປັນເອກະພາບ ຖືວ່າ ການຮ່ວມມືດ້ານເສດຖະກິດ-ການຄ້າ ຕ້ອງມີບັນດາບາດກ້າວຫັນປ່ຽນຢ່າງແຂງແຮງກວ່າ, ສົມຄູ່ກັບການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ ແລະທ່າແຮງບົ່ມຊ້ອນຂອງແຕ່ລະຝ່າຍ.

ບົນຈິດໃຈກົງໄປກົງມາ, ມີເນື້ອແທ້ ແລະມີປະສິດທິຜົນ, ສອງຝ່າຍ ໄດ້ສຸມໃສ່ປຶກສາຫາລື ແລະເຫັນດີເປັນເອກະພາບບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຈຸດສຸມໃນສະຖານະການໃໝ່.

ແບ່ງປັນກັບຄວາມຫຍຸ້ງຍາກທີ່ປະຊາຊົນກູບາ ອ້າຍນ້ອງ ພວມຜະເຊີນຍ້ອນຄໍາສັ່ງປິດລ້ອມ, ຂວໍ້າບາດ ແລະໄພທໍາມະຊາດ, ທ່ານ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ຍາມໃດກໍຈະຮ່ວມເດີນທາງ, ແບ່ງປັນ ແລະໜູນຊ່ວຍກູບາ ໃນຄວາມສາມາດຂອງຕົນ; ສະແດງຄວາມເຊື້ອໝັ້ນວ່າ ປະເທດກູບາ ວິລະຊົນ ຈະຜ່ານຜ່າສິ່ງທ້າທາຍນາໆປະການ, ສືບຕໍ່ບັນລຸໄດ້ໄຊຊະນະໃໝ່ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ກະຊວງການຕ່າງປະເທດ.

* ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທີ່ສໍານັກງານສູນກາງພັກ, ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດກູບາ, ລັດ ແຫ່ງສາທາລະນະລັດ ກູບາ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດກູບາ.

ໂດຍ: ໄຊຊະນະ