ຕອນບ່າຍວັນທີ 31 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ, ຫົວໜ້າຄະນະຊີ້ນຳບັນດາໂຄງການຈຸດສຸມ, ໂຄງການສຳຄັນແຫ່ງຊາດຂົງເຂດທາງລົດໄຟໄດ້ເປັນປະທານກອງປະຊຸມຄັ້ງທີ 6 ຂອງຄະນະຊີ້ນຳແບບທາງໄກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: VOV

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະມາຊິກຄະນະຊີ້ນຳແຕ່ລະທ່ານອີງຕາມບົດບາດໜ້າທີ່, ສິດອຳນາດຜັນຂະຫຍາຍບັນດາວຽກງານ, ໜ້າທີ່ຢ່າງມີຄວາມເປັນເຈົ້າການ. ໃນນັ້ນ, ບັນດາທ້ອງຖິ່ນ ແລະ EVN ສືບຕໍ່ຮີບດ່ວນຜັນຂະຫຍາຍວຽກງານບຸກເບີກໜ້າພຽງ, ຊົດເຊີຍ, ໜູນຊ່ວຍ, ຕັ້ງຖີ່ນຖານຄົງທີ່ໃໝ່, ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີປະສິດທິຜົນ, ເພື່ອປະຊາຊົນ, ຮັບປະກັນສິດ, ຜັນຂະຫຍາຍ ອັນຊອບທຳຂອງປະຊາຊົນ, ພະຍາຍາມ ບ່ອນດຳລົງຊີວິດໃໝ່ຂອງປະຊາຊົນຕ້ອງດີກ່ວາບ່ອນເກົ່າ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ສົ່ງເສີມບັນດາທ້ອງຖິ່ນສະເໜີບັນດາໂຄງການເສັ້ນທາງລົດໄຟ ແລະເປັນອົງການຮັບຜິດຊອບຂອງບັນດາໂຄງການ. ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສຳຫຼວດກວດຄືນ, ເພີ່ມເຕີມຂັ້ນຕອນ, ຂອບຂະໜາດ, ລະບຽບການ, ມາດຕະຖານຕາມຂໍ້ກຳນົດຂອງກົດໝາຍຢ່າງຄົບຖ້ວນ ແລະ ປະຕິບັດຖືກຕ້ອງຕາມສິດອຳນາດຂອງຕົນໃນວິວັດການຜັນຂະຫຍາຍບັນດາໂຄງການ.

ແຫຼ່ງຄັດຈາກ: vovworld.vn