ພາຍຫຼັງພິທີຕ້ອນຮັບ, ການນໍາສອງທ່ານໄດ້ດໍາເນີນການພົບປະສອງຝ່າຍ.

ທີ່ການພົບປະສອງຝ່າຍ, ການນຳສອງທ່ານໄດ້ເຫັນດີສືບຕໍ່ປັບປຸງການພົວພັນດ້ານການເມືອງ ແລະການທູດ, ຖືນີ້ແມ່ນພື້ນຖານອັນສຳຄັນ ເພື່ອຊຸກຍູ້ການຮ່ວມມືຮອບດ້ານ. ການນໍາສອງທ່ານເຫັນດີຊຸກຍູ້ການມີໜ້າ ແລະການໜູນຊ່ວຍພົນລະເມືອງ ແລະວິສາຫະກິດຂອງສອງປະເທດ, ໃນນັ້ນມີການພິຈາລະນາຄວາມເປັນໄປໄດ້ຂອງການເປີດສຳນັກງານຕາງໜ້າຢູ່ແຕ່ລະປະເທດ.  ສອງຝ່າຍເສີມຂະຫຍາຍບົດບາດເປັນຂົວຕໍ່ຍູ້ແຮງການຮ່ວມມືລະຫວ່າງຫວຽດນາມ ກັບຕາເວັນອອກກາງ, ລະຫວ່າງ ຈໍແດນ ກັບອາຊຽນ ແລະລະຫວ່າງສອງພາກພື້ນ, ສົມທົບທັດສະນະ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ.

leftcenterrightdel
ທ່ານ ເຈີ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ  Mazen Turki El Qadi ປະທານສະພາຕໍ່າຈໍແດນ. ພາບ: qdnd.vn

ກ່ຽວກັບການຮ່ວມມືລັດຖະສະພາ, ທ່ານ ເຈີ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ  Mazen Turki Al-Kadi  ປະທານສະພາຕ່ຳຈໍແດນ ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ແບ່ງປັນປະສົບການດ້ານນິຕິບັນຍັດ, ອັບເດັດຂໍ້ມູນຂ່າວສານກ່ຽວກັບໂຄງປະກອບການຈັດຕັ້ງ ແລະການເຄື່ອນໄຫວຂອງລັດຖະສະພາຢູ່ແຕ່ລະປະເທດ; ຊຸກຍູ້ການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງບັນດາສະມາຊິກລັດຖະສະພາ, ໃນນັ້ນມີການຄົ້ນຄວ້າສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ. ສອງຝ່າຍຈະສືບຕໍ່ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ, ຄື: ສະຫະພັນລັດຖະສະພາສາກົນ (IPU) ແລະ ສະພາສັດຖະສະພາອາຊີ (APA), ພ້ອມກັນປະກອບສ່ວນທັດສະນະເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ພາຍຫຼັງການພົບສອງຝ່າຍ, ທ່ານ ເຈີ່ນແທັງເໝິນ  ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ  Mazen Turki Al-Kadi ປະທານສະພາຕ່ຳຈໍແດນ ໄດ້ລົງນາມໃນ “ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາຕໍ່າຈໍແດນ", ແນໃສ່ສ້າງ​ຂອບ​ເຂດ​ຊຸກຍູ້​ການ​ຮ່ວມ​ມື​ລັດຖະສະພາ​ລະຫວ່າງ​ສອງ​ປະ​ເທດ​​ໃນໄລຍະຈະມາເຖິງ.

ໂດຍ: ທູຈາງ