ນັກຂ່າວ: ຂໍສະຫາຍໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍ, ແລະການເຄື່ອນໄຫວຫຼັກຂອງການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານເລຂາທິການໃຫຍ່?

ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມທາງລັດຖະກິດຢູ່ລາວ ໃນວັນທີ 5 ກຸມພາ 2026. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສໍາຄັນຕໍ່ກັບສາຍພົວພັນແບບພິເສດຫວຽດນາມ-ລາວ, ເປັນຕົ້ນແມ່ນການສ້າງຂົງເຂດການຮ່ວມມື, ພັດທະນາລະຫວ່າງສອງປະເທດໃນໄລຍະໃໝ່ໃຫ້ເປັນຮູບເປັນຮ່າງ.

ກ່ອນອື່ນໝົດ, ການຢ້ຽມຢາມໄດ້ດຳເນີນໄປໃນຈຸດເວລາພິເສດທີ່ສຸດ: ໄດ້ດຳເນີນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ປະສົບຜົນສໍໍາເລັດຢ່າງຈົບງາມ. ໃນສະພາບການນັ້ນ, ທ່ານເລຂາທິການໃຫຍ່  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດຫວຽດນາມ ໄດ້ເລືອກເອົາ ລາວ ເປັນປະເທດທຳອິດໄປຢ້ຽມຢາມໃນອາຍຸການໃໝ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມສະເໝີຕົ້ນສະເໝີປາຍ, ການຖືເປັນສໍາຄັນ ແລະການໃຫ້ບຸລິມະສິດແຖວໜ້າຂອງຫວຽດນາມ ຕໍ່ກັບການພົວພັນຫວຽດນາມ - ລາວ.

ການຢ້ຽມຢາມຄັ້ງນີ້ແມ່ນກາລະໂອກາດ ເພື່ອໃຫ້ສອງປະເທດ ສືບຕໍ່ຢືນຢັນມູນເຊື້ອສາມັກຄີແບບພິເສດ, ຄວາມສະໜິດຕິດພັນທີ່ສັດຊື່ບໍລິສຸດ, ຄວາມສະເໝີຕົ້ນສະເໝີປາຍລະຫວ່າງສອງປະເທດຫວຽດນາມ - ລາວ - ສາຍພົວພັນອັນສະໜິດສະໜົມ, ໝັ້ນແກ່ນໄດ້ຮັບການທົດສອບ, ຫຼໍ່ຫຼອມ ແລະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຜ່ານໄລຍະປະຫວັດສາດຕ່າງໆ. ພ້ອມດຽວກັນນັ້ນ, ການຢ້ຽມຢາມກໍ່ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງສູງສຸດຂອງການນຳຂັ້ນສູງຂອງສອງພັກ ແລະສອງລັດ ໃນການນໍາການພົວພັນໃຫ້ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນ, ຕິດພັນຮັດແໜ້ນຂຶ້ນກວ່າເກົ່າດ້ວຍຄວາມຮຽກຮ້ອງຕ້ອງການພັດທະນາ ແລະຜົນປະໂຫຍດຍຸດທະສາດຍາວນານຂອງແຕ່ລະປະເທດ. ໃນສະພາບການພາກພື້ນ ແລະໂລກມີການຜັນແປຢ່າງວ່ອງໄວ, ສັບສົນ, ເລື່ອງສອງປະເທດສືບຕໍ່ເພີ່ມທະວີຫຸ້ນສ່ວນຍຸດທະສາດຍິ່ງມີຄວາມສຳຄັນຕໍ່ກັບຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງຂອງແຕ່ລະປະເທດ ກໍຄືຂອງພາກພື້ນ.

ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ຈະມີການພົບປະກັບບັນດາການນຳຂັ້ນສູງຂອງພັກ ແລະລັດລາວ ເພື່ອແນໃສ່ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດຢ່າງຮອບດ້ານ; ຕີລາຄາໝາກຜົນການຮ່ວມມືໃນໄລຍະທີ່ຜ່ານມາ; ແລະເຫັນດີເປັນເອກະພາບກ່ຽວກັບການກຳນົດທິດໃຫຍ່ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະພັດທະນາໃໝ່. ຄາດວ່າ ສອງຝ່າຍຈະລົງນາມເອກະສານຮ່ວມມືສຳຄັນຫຼາຍສະບັບລະຫວ່າງຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນຕ່າງໆ.

ຈຸດພົ້ນເດັ່ນຂອງການຢ້ຽມຢາມແມ່ນສອງຝ່າຍຈະສຸມໃສ່ຊຸກຍູ້ການຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ທ່ານເລຂາທິການໃຫຍ່ສອງປະເທດໄດ້ເຫັນດີເພີ່ມເຕີມໃຫ້ເປັນອັນລະອຽດ ແລະເລິກເຊິ່ງ ເພື່ອນໍາຂອບເຂດການພົວພັນລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງໃໝ່ໃນເດືອນທັນວາ ປີ 2025 ຜ່ານມາ.

leftcenterrightdel
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ. ພາບ: qdnd.vn

ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບຜົນງານດີເດັ່ນໃນການພົວພັນຫວຽດນາມ - ລາວ ໃນໄລຍະມໍ່ໆມານີ້?

ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ເມື່ອເບິ່ງຄືນໃນໄລຍະຜ່ານມາ, ສາມາດຢືນຢັນໄດ້ວ່າ ເຖິງວ່າຈະປະສົບກັບການຜັນແປ ແລະສິ່ງທ້າທາຍຫຼາຍຢ່າງຈາກສະພາບການສາກົນ ແລະພາກພື້ນກໍ່ຕາມ, ແຕ່ການພົວພັນຫວຽດນາມ - ລາວ ຍັງຮັກສາທ່າພັດທະນາທີ່ຕັ້ງໜ້າ, ບັນລຸໄດ້ຜົນງານພົ້ນເດັ່ນ, ຮອບດ້ານໃນເກືອບທຸກຂົງເຂດ.

ພົ້ນເດັ່ນກວ່າໝູ່ແມ່ນການສະໜິດຕິດພັນຢ່າງແໜ້ນແຟ້ນ ແລະຄວາມໄວ້ເນື້ອເຊື່ອໃຈນັບມື້ນັບສູງໃນການພົວພັນດ້ານການເມືອງ ແລະການຕ່າງປະເທດ, ສວມບົດບາດຫຼັກແຫຼ່ງ, ກໍານົດທິດລວມຂອງການພົວພັນສອງຝ່າຍ. ສອງຝ່າຍໄດ້ຍົກລະດັບການພົວພັນດ້ວຍຂອບເຂດ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ” ໄດ້ສ່ອງແສງໃຫ້ເຫັນເຖິງຂອບຂະໜາດ ແລະຄວາມເລິກຂອງການພົວພັນສອງປະເທດ. ຈຸດພົ້ນເດັ່ນທີ່ເປັນໜ້າສົນໃຈອີກອັນໜຶ່ງ ນັ້ນແມ່ນການຮ່ວມມືສອງຝ່າຍໄດ້ຫັນປ່ຽນຢ່າງແຂງແຮງຈາກລວງກວ້າງໄປສູ່ລວງເລິກ, ເອົາໃຈໃສ່ເຖິງປະສິດທິຜົນທີ່ແທດຈິງ ແລະໝາກຜົນທີ່ລະອຽດ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການປັບປຸງຢ່າງໜັກແໜ້ນ, ສວມບົດບາດອັນສຳຄັນໃນການຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ.

ໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນບັນລຸໄດ້ການເຕີບໂຕທີ່ໜ້າປະທັບໃຈ ແລະມີບາດກ້າວພັດທະນາຢ່າງຈະແຈ້ງ. ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນຢ່າງລຽນຕິດໃນຫຼາຍປີມານີ້ ແລະເປັນຄັ້ງທໍາອິດທີ່ບັນລຸລະດັບ 3 ຕື້ໂດລາສະຫະລັດ ໃນປີ 2025.

ໃນຂົງເຂດການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ ແລະ ເຂົ້າສູ່ລວງເລິກ; ການຮ່ວມມືທ້ອງຖິ່ນນັບມື້ນັບມີຄວາມຟົດຟື້ນ; ໃນຂອບເຂດອາຊຽນ ກໍຄືຢູ່ເວທີປາໄສພາກພື້ນ, ສະຫະປະຊາຊາດ ແລະ ສາກົນ, ສອງປະເທດໄດ້ຮັກສາການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນ, ແບ່ງປັນ, ແລກປ່ຽນ ແລະປະກອບສ່ວນຫຼາຍບັນຫາທີ່ພາກພື້ນ ແລະ ສາກົນມີຄວາມສົນໃຈ...

ນັກຂ່າວ: ທ່ານສາມາດແບ່ງປັນຄວາມຫວັງໃນການຮ່ວມມືຫວຽດນາມ-ລາວ ພາຍຫຼັງການຢ້ຽມຢາມລາວ ຂອງທ່ານເລຂາທິການໃຫຍ່ ໃນຄັ້ງນີ້?

ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ພວກເຮົາມີພື້ນຖານອັນໜັກແໜ້ນເພື່ອເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໃນຄັ້ງນີ້ ຈະກາຍເປັນຂີດໝາຍການເມືອງສຳຄັນ, ສ້າງພະລັງແຮງໃໝ່ ແລະ ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ລາວ, ໃນນັ້ນຈຸດສຸມແມ່ນຜັນຂະຫຍາຍເນື້ອໃນຫຸ້ນສ່ວນຍຸດທະສາດຢ່າງມີຈຸດສຸມ, ຈຸດໃຈກາງ ແລະກົນໄກປະຕິບັດຢ່າງຈະແຈ້ງ. ການຢ້ຽມຢາມບໍ່ພຽງແຕ່ ຢືນຢັນຄວາມເອົາໃຈໃສ່, ໃຫ້ບຸລິມະສິດຍຸດທະສາດແຖວໜ້າທີ່ສອງປະເທດໄດ້ສະຫງວນໃຫ້ກັນ ໃນແນວທາງການພົວພັນຕ່າງປະເທດເທົ່ານັ້ນ,  ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈລວມໃນການຫັນສາຍພົວພັນສາມັກຄີແບບພິເສດຈາກລວງເລິກຂອງປະຫວັດສາດໄປສູ່ລວງເລິກຂອງການຮ່ວມມືພັດທະນາ, ການຮ່ວມເດີນທາງຍຸດທະສາດຍາວນານ ເພື່ອເປົ້າໝາຍເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ ລວມຂອງສອງຊາດ.

ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງອັນເປັນພິເສດ ແລະຄວາມສະໜິດຕິດພັນ, ສັດຊື່ບໍລິສຸດທີ່ເປັນມູນເຊື້ອ, ສອງຝ່າຍຈະສືບຕໍ່ສ້າງວິໄສທັດຮ່ວມມືແກ່ໄລຍະພັດທະນາໃໝ່ໃຫ້ເປັນຮູບເປັນຮ່າງ, ເພີ່ມທະວີຫຸ້ນສ່ວນຍຸດທະສາດ, ສົມທົບກັນຢ່າງແໜ້ນແຟ້ນໃນການວາງແຜນນະໂຍບາຍ ແລະຜັນຂະຫຍາຍການຮ່ວມມື, ພ້ອມກັນກ້າວຂຶ້ນບົນເສັ້ນທາງພັດທະນາທີ່ໄດ້ເລືອກເຟັ້ນຢ່າງໜັກແໜ້ນ, ເພື່ອຜົນປະໂຫຍດອັນຍາວນານຂອງແຕ່ລະປະເທດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.

ດ້ວຍວິໄສທັດຍຸດທະສາດໄລຍະຍາວ, ການຢ້ຽມຢາມແມ່ນແນໃສ່ຈຸດປະສົງທີ່ຈະແຈ້ງ, ຄື: ເພີ່ມທະວີການແລກປ່ຽນ, ເຫັນດີເປັນເອກະພາບ ຕໍ່ກັບບັນຫາຍຸດທະສາດ ແລະການກຳນົດທິດໃຫຍ່ໃນການພົວພັນສອງຝ່າຍ ໃນສະພາບການໃໝ່ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XIV ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XII  ຂອງພັກປະຊາຊົນປະຕິວັດລາວ; ຊຸກຍູ້ການຮ່ວມມືສະໜິດຕິດພັນຢ່າງຮອບດ້ານໃນທຸກຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ ແລະການພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ; ພ້ອມທັງເພີ່ມທະວີການປະສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີພາກພື້ນ ແລະ ສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະ ສາກົນ, ປະກອບສ່ວນຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ພາບພົດຂອງແຕ່ລະປະເທດຢູ່ເວທີສາກົນ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ ຫຼາຍໆ!

ໂດຍ: ທູຈາງ